ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ: ເງະອານ ຕ້ອງແມ່ນແຂວງໜຶ່ງນອນໃນ top ແຂວງແຖວໜ້າຂອງທົ່ວປະເທດ

Chia sẻ
(VOVWORLD) - ເງະອານ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງເພື່ອບືນຕົວຂຶ້ນ, ບັນລຸໄດ້ບັນດາໝາກຜົນຮອບດ້ານຄື: ເສດຖະກິດເຕີບໂຕໄວ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດນັບມື້ນັບໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ
ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ: ເງະອານ ຕ້ອງແມ່ນແຂວງໜຶ່ງນອນໃນ top ແຂວງແຖວໜ້າຂອງທົ່ວປະເທດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ  (ພາບ: TTXVN)

ຕອນບ່າຍວັນທີ 21 ມີນາ, ທີ່ສຳນັກງານສູນກາງພັກກອມມູນິດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງປະກອບຄຳເຫັນສະຫລຸບ 5 ປີແຫ່ງການປະຕິບັດມະຕິເລກທີ 26 ຂອງກົມການເມືອງຊຸດທີ 11 ກ່ຽວກັບທິດທາງ, ໜ້າທີ່ພັດທະນາແຂວງ ເງະອານ ຮອດປີ 2020.

        ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາໄລຍະຜ່ານມາວ່າ ເງະອານ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງເພື່ອບືນຕົວຂຶ້ນ, ບັນລຸໄດ້ບັນດາໝາກຜົນຮອບດ້ານຄື: ເສດຖະກິດເຕີບໂຕໄວ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດນັບມື້ນັບໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ, ບັນດາຂົງເຂດການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ, ຖະແຫຼງຂ່າວ ແລະ ສື່ສານ, ການຄ້າ, ການທ່ອງທ່ຽວແມ່ນຂົງເຂດຫຼັກແຫຼ່ງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ:

        ປັດຈຸບັນ ຕ້ອງມີຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງກ່ວາອີກ, ຊີ້ນຳຢ່າງຂ້ຽວຂາດກ່ວາອີກ. ເສີມຂະຫຍາຍມູນເຊື້ອໃນໄລຍະຜ່ານມາ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ກີດຂວາງ, ຈຸດອ່ອນຂອງຕົນ ແລະ ຕ້ອງແມ່ນແຂວງນຳໜ້າ, ນອນໃນ top ແຂວງແຖວໜ້າຂອງທົ່ວປະເທດ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖືວ່າ: ເພື່ອເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບນັ້ນ, ເງະອານ ຄວນສ້າງແຜນຜັງສັງລວມ, ມີແຜນກຳນົດໄລຍະຍາວ, ໄລຍະ 10 ປີ, ໄລຍະ 5 ປີ.

ຕອບກັບ