ເຢຍ​ລະ​ມັນ​ປະ​ຕ​ິ​ເສດ​ຂໍ້​ສະ​ເໜີ​ເຊື້ອເຊີນ​ລັດ​ເຊຍ​ເຂົ້າ​ຮ່ວມ G7 ຂອງ ອາ​ເມ​ລິ​ກາ

Chia sẻ
(VOVWORLD) - ຕາມທ່ານ Heiko  Maas ແລ້ວ, ທ່ານຍັງເບິ່ງບໍ່ເຫັນໂອກາດທີ່ລັດເຊຍຈະກັບຄືນ G7ໃນເມື່ອໃດທີ່ການແກ້ໄຂການປະທະກັນ ຢູ່ Crimea ກໍ່ຄືພາກຕາເວັນອອກ ຢູແກຼນຍັງບໍ່ທັນບັນລຸໄດ້ຄວາມຄືບໜ້າທີ່ດີພໍສົນຄວນເທື່ອ. 
ເຢຍ​ລະ​ມັນ​ປະ​ຕ​ິ​ເສດ​ຂໍ້​ສະ​ເໜີ​ເຊື້ອເຊີນ​ລັດ​ເຊຍ​ເຂົ້າ​ຮ່ວມ G7 ຂອງ ອາ​ເມ​ລິ​ກາ - ảnh 1ທ່ານ Heiko  Maas ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ (ພາບ: TTXVN) 

ໃນບົດຕອບສຳພາດຂອງທ່ານ Heiko  Maas ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນທີ່ໄດ້ເອົາລົງໃນໜັງສືພິມ “Rheinische Post” ອອກສະບັບໃນວັນທີ 27 ກໍລະກົດ ໃຫ້ຮູ້ວ່າ: Berlin ໄດ້ປະຕິເສດຂໍ້ສະເໜີເຊື້ອເຊີນທ່ານ Vladimir Putin ປະທານາທິບໍດີລັດເຊຍເຂົ້າຮ່ວມກຸ່ມບັນດາພື້ນຖານເສດຖະກິດພັດທະນາ G7 ຄືນໃໝ່ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ. ຕາມທ່ານ Heiko  Maas ແລ້ວ, ທ່ານຍັງເບິ່ງບໍ່ເຫັນໂອກາດທີ່ລັດເຊຍຈະກັບຄືນ G7ໃນເມື່ອໃດທີ່ການແກ້ໄຂການປະທະກັນ ຢູ່ Crimea ກໍ່ຄືພາກຕາເວັນອອກ ຢູແກຼນຍັງບໍ່ທັນບັນລຸໄດ້ຄວາມຄືບໜ້າທີ່ດີພໍສົນຄວນເທື່ອ. ເຖິງຢ່າງໃດກໍ່ຕາມ, ທ່ານ Heiko  Maas ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນກໍ່ຢັ້ງຢືນວ່າ ເຖິງວ່າໃນປັດຈຸບັນ, ການພົວພັນກັບລັດເຊຍຍັງປະສົບກັບຄວາມຫຍຸ້ງຍາກໃນຫຼາຍຂົງເຂດ, ແຕ່ຕ້ອງຍອມຮັບວ່າ ໂລກຕ້ອງການລັດເຊຍເພື່ອແກ້ໄຂບັນດາການປະທະກັນຢູ່ຊີຣີ, ລີບີ ແລະ ຢູແກຼນ.

ຕອບກັບ