ເພື່ອ​​ນມິດ​ສາ​ກົນຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ ພ້ອມ​ກັບ ປ​ຊ​ຊ ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ

Chia sẻ
(VOVWORLD) - ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ມາຮັບໜ້າທີ່ຢູ່ ຮ່າໂນ້ຍ.



ເພື່ອ​​ນມິດ​ສາ​ກົນຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ ພ້ອມ​ກັບ ປ​ຊ​ຊ ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ - ảnh 1

ທ່ານນາງ Hilde Solbakken ເອກອັກຄັດລັດຖະທູດ ນອກແວ ປະຈຳ ຫວຽດນາມ (ພາບ:  baoquocte.vn)

    ເຖິງວ່າໄດ້ມາ ຫວດຽດນາມ ເປັນເທື່ອທຳອິດ ຫຼືໄດ້ຕິດພັນໃນໄລຍະຍາວນານແລ້ວກໍ່ຕາມ, ແຂກສາກົນຫຼາຍຄົນ ຕ່າງກໍ່ຮັກມັກວັດທະນະທຳຂອງເຂດດິນແດນແຫ່ງນີ້ ແລະ ຍາມໃດກໍ່ເຈືອຈານເຂົ້າກັບຈັງຫວະການດຳລົງຊີວິດຂອງ ປຊຊ ຫວຽດນາມ.

     ທ່ານນາງ Hilde Solbakken ເອກອັກຄັດລັດຖະທູດ ນອກແວ ປະຈຳ ຫວຽດນາມ ມີຄວາມປະທັບໃຈຕໍ່ຄວາມສະອາກດ ແລະ ສວຍງາມຂອງນະຄອນຫຼວງຮ່າໂນ້ຍ, ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທ່ານນາງໄດ້ແບ່ງປັນວ່າ, ໃນໂອກາດບຸນເຕັດ ຖະໜົນຫົນທາງໄດ້ຮັບການປະດັບປະດາຢ່າງສວຍງາມ:

      ມີກຳມະກອນຫຼາຍຄົນກຳລັງເຮັດວຽກຢ່າງດຸໝັ່ນເພື່ອຮັກສາຄວາມສວຍງາມ, ສະອາດໃຫ້ແກ່ນະຄອນ, ຂ້າພະເຈົ້າເຫັນວ່າ ເຂົາເຈົ້າມີຄວາມເອກອ້າງທະນົງໃຈຕໍ່ວຽກງານຂອງຕົນ.

    ສ່ວນທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ມາຮັບໜ້າທີ່ຢູ່ ຮ່າໂນ້ຍ. ທ່ານສະແດງໃຫ້ເຫັນຄວາມປະທັບໃຈຕໍ່ນະຄອນຫຼວງຮ່າໂນ້ຍ ທີ່ “ແມ່ນະຄອນທີ່ໜ້າຢູ່ ແລະ ພິເສດທີ່ສຸດ”.

ຕອບກັບ