ເພີ່ມທະວີວຽກງານກວດກາປ້ອງກັນແລະຕ້ານໄພສໍ້ລາດບັງຫລວງ,ການຟຸມເຟືອຍໃນປີ2014

Chia sẻ
(vovworld)-ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ໃຫ້​ຂະ​ແຫນງ​ກວດກາ​ສຸ​ມ​ໃສ່ ກວດກາ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫລວງ

ເພີ່ມທະວີວຽກງານກວດກາປ້ອງກັນແລະຕ້ານໄພສໍ້ລາດບັງຫລວງ,ການຟຸມເຟືອຍໃນປີ2014 - ảnh 1
ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງ ກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:baodientuchinhphu.vn


(vovworld)- ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ຫນ້າ​ທີ່​ຂອງ​ຂະ​ແຫນງ​ກວດກາ​ປີ 2014 ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 8/1, ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ໃຫ້​ຂະ​ແຫນງ​ກວດກາ​ສຸ​ມ​ໃສ່ ກວດກາ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຂົງ​ເຂດ​ຄື: ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່​ດິນ, ​ແຫ່​ທາດ, ລາຍ​ຮັບ​ລາຍ​ຈ່າຍ​ງົບປະມານ, ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ, ການ​ຄຸ້ມ​ຄອງ​ກຳມະສິດ​ສຳລັບ​ບັນດາລັດ​ວິ​ສາ​ຫະກິດ ​ແລະ ກວດກາການ​ບໍລິຫານ​ແຫ່ງ​ລັດ​ໃນ​ການ​ບັນຫາ​ພະນັກງານ​ບັນຈຸ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃສ່​ໃຈ​ວ່າ: ອົງການ​ກວດກາ​ລັດຖະບານ ຄວນ​ຍົກ​ສູງ​ຄຸນ​ນະພາ​ບປະສິດທິ​ຜົນ​ໃນ​ການ​ກຳ​ແຫນ້ນ​ສະພາບ​ການ, ຄົ້ນ​ພົບ​ໄພ​ສໍ້​ລາດ​ບັງ​ຫລວງ,​ ສຸມ​ໃສ່​ເຂົ້າ​​ໃນ​ບັນດາ​ບັນຫາ​ມີ​ໄພ​ສໍ້​ລາດ​ບັງ​ຫລວງ​ສູງ. ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີ ຂະ​ແຫນງ​ກວດກາ ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຊີ້​ນຳ, ບໍລິຫານ, ສ້າງລະບອບກົດໝາຍ​ໃຫ້​ສ​ົມບູນ​ແບບ, ບູລະນະ​ພາລະ​ຫນ້າ​ທີ່, ອົງປະກອບ​ການ​ຈັດ​ຕັ້ງ, ​ກົງຈັກ​ອົງການ​ກວດກາ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ກວດກາ​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ, ມີ​ຄວາມ​ສາມາດ, ຄຸນສົມບັດ, ສ້າງ​ຂະ​ແຫນງ​ກວດກາ​ໃຫ້​​ໂປ່​ງ​ໃສ, ​ເຂັ້ມ​ແຂວງ​ເພື່ອ​ສົມ​ກັບ​ຫນ້າ​ທີ່​ຊື່​ງພັກ, ລັດ ​ແລະ ປະຊາຊົນ​ມອບໝາຍ​ໃຫ້.