ເພີ່ມທະວີການໂຄສະນາກ່ຽວກັບ ຊາຍແດນ ແລະ ທະເລໝູ່ເກາະ

Chia sẻ
ເພີ່ມ​ທະວີ​ການ​ໂຄສະນາ​ກ່ຽວ​ກັບ​ຊາຍ​​ແດນ ແລະ ທະເລໝູ່ເກາະ
ເພີ່ມທະວີການໂຄສະນາກ່ຽວກັບ ຊາຍແດນ ແລະ ທະເລໝູ່ເກາະ - ảnh 1
(ພາບ:vietbao.vn)

( vovworld ) – ວັນ​ທີ່ 26 ​ເມສາ, ກະຊວງ​ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການຈັດ​ຕ້ັງ​ງານແຂ່ງຂັນ​ໂຄສະນາ​ເຄື່ອນ​ທີ່ “ຊາຍ​ແດນ ​ແລະ ທະ​ເລ​ໝູ່​ເກາະ​ຫວຽດນາມ” ​ເຊິ່ງຈະ​ໄດ້​ຮັບ​ການຈັດ​ຕ້ັງ​ໃນ​ປີ 2012 ຢູ່​ທັງ 3 ພາກ: ​ເໜືອ, ກາງ ​ແລະ ​ໃຕ້. ​ເຂດ​ພາກ​​ເໜືອແມ່ນ​ຈະ​ຈັດ​ຕ້ັງ​ຢູ່​ແຂວງ​ກວາງ​ນິ່ງ (​ແຕ່​ວັນ​ທີ 6-8 ພຶດສະພາ); ພາກ​ກາງ​ແມ່ນ​ຈັດ​ຂື້ນ​ຢູ່ ​ແຂວງ ​ແຄງ​ຮ່ວາ ​ແຕ່​ວັນ​ທີ 19-21 ພຶດສະພາ); ​ແລະ ພາກ​ໃຕ້​ແມ​່ນຈັດ​ຢູ່​​ແຂວງ ວິ​ງລອງ ( ​ແຕ່​ວັນ​ທີ 8-10 ມິຖຸນາ). ຮູບ​ແບບ​ຂອງ​ງານ​ແຂ່ງຂັນ ​ແມ່ນບັນດາ​ລາຍການ​ສິລະ​ປະ​ດົນຕີ, ສຽງ​ເພງ​ພື້ນ​ເມືອງ, ​ເຕັ້ນ​ລຳ, ​ແລະ ບັນດາ​ບົດ​ລະຄອນ​ສັ້ນ. ທ່ານ ​ເຈີ​ນມິ່ງ​ຈິງ, ຮອງ​ຫົວໜ້າ​ກົມ​ວັດທະນາ​ທຳ​ທ້ອງ​ຖິ່ນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ໃຫ້​ຮູ່ວ່າ:“ງານ​ແຂ່ງ​ຂັນນຄັ້ງ​ນີ້​ແມ່ນ​ເພື່ອ​ເປັນ​ການ​ຢ້ັງຢືນ​ອະທິປະ​ໄຕ​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ ຂອງ​ຫວຽດນາມ, ​ເຊີດ​ຊູ ​ແລະ ຍ້ອງຍໍ​ສັນລະ​ເສີນ​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ, ນ້ຳ​ໃຈ​ຮັກ​ແພງ​ຂອງ​ປະຊາຊົນ​ໃນ​ເຂດ​ຊາຍ​ແດນ ​ແລະ ໝູ່​​ເກາະ​ທີ່​ມີ​ຕໍ່​ນັກຮົບ​ກອງທັບ​ປະຊາຊົນ ຫວຽດນາມ. ບັນດາ​ລາຍ​ການ​ໂຄສະ​ນາ​ເຄື່ອນ​ທີ່​ໄດ້​ແນະນຳ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ ​​ເຊິ່ງ​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ບັນດາ​ເຜົ່າ​ໃນ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ບັດາ​ເຜົ່າ“.

    ພາຍຫຼັງ​ງານ​ແຂ່ງຂັນ, ຄະນະ​ຈັດ​ຕ້ັງ​ຈະ​ຄັດເລືອກ​​ເອົາບັນດາ​ລາຍການ​ທີ່​ມ່ວນ, ພ້ົນ​ເດັ່ນ​ເພື່ອ​ເຂົ້າ​ຮ່ວມ​ການ​ໄປສະ​ແດງ​ເຄື່ອນ​ທີ່​ຮັບ​ໃຊ້​ໃຫ້​ແກ່​ວົງ​ຄະນະ​ຍາດ​ຢູ່​ທ່ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ