ເພີ່ມທະວີການເຈລະຈາ,ຮ່ວມມືເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

Chia sẻ
(vovworld) – ​ໃນ​ລະຫວ່າງ​ວັນ​ທີ 13 – 14/11, ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີ 25 ກ່ຽວ​ກັບ “ສະກັດ​ກັ້ນການ​ປະ​ທະ​ກັນທີ່ຈະ​ເກີດ​ຂຶ້ນ​ຢູ່​ທະ​​ເລ​ຕາ​ເວັນ​ອອກ”, ​ໄດ້​ດຳ​ເນີນ​ຢູ່​ນະຄອນຫຼວງ ຈາ​ກາ​ຕາ, ປະ​ເທດ​ອິນ​​ໂດ​ເນ​ເຊຍ.
ເພີ່ມທະວີການເຈລະຈາ,ຮ່ວມມືເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1
ການເຄື່ອນ​ໄຫວ​ກໍ່ສ້າງ​ບັນດາ​ຫາດດອນ​ຫີນ, ​
ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ເດີມ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ
(ພາບປະກອບ)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 13 – 14/11, ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີ 25 ກ່ຽວ​ກັບ “ສະກັດ​ກັ້ນການ​ປະ​ທະ​ກັນທີ່ຈະ​ເກີດ​ຂຶ້ນ​ຢູ່​ທະ​​ເລ​ຕາ​ເວັນ​ອອກ”, ​ໄດ້​ດຳ​ເນີນ​ຢູ່​ນະຄອນຫຼວງ ຈາ​ກາ​ຕາ, ປະ​ເທດ​ອິນ​​ໂດ​ເນ​ເຊຍ. ນີ້​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ລະຫວ່າງ 10 ປະ​ເທດ​ໃນ​ພາກ​ພື້ນອາຊີຕາ​ເວັນ​ອອກ​ສ່ຽງ​​ໃຕ້, ຈີນ ​ແລະ ​ເຂດ​ດິນ​ແດນໄຕ​ຫວັນ (ຈີນ). ຈຸດປະສົງ​ຂອງ​ກອງ​ປະ​ຊຸ​ມສຳ​ມະ​ນາ​ແມ່ນ​ສ້າງ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ຝ່າຍ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ໂຄງການ​ຮ່ວມ​ມື, ຜ່ານ​ນັ້ນ​ຊ່ວຍ​ຫຼຸ​ດຜ່ອນ​ຄວາມ​ເຄັ່ງ​ຕຶງ, ​ເພີ່ມ​ທະວີ​ການ​ເຈລະຈາ​ໃນ​ພາກ​ພື້ນ.

      ​ໃນ​ວາລະ​ປຶກສາ​ຫາລື, ທ່ານ​ນາງ ຫງວຽນ​ມິ​ງຫງວຽດ, ຫົວໜ້າ​ຄະນະ​ເຈ​ລະ​ຈາຫວຽດນາມ, ຮອງ​ຫົວໜ້າ​ກົມ​ກົດໝາຍ ​ແລະ ສົນທິ​ສັນຍາ​ສາກົນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ, ຫວຽດນາມ ຢືນຢັນ​ອີ​ກ​ເທື່ອ​ໜຶ່ງ​ວ່າ ທີ​ພະຍາ​ນຫຼັກ​ຖານ​ດ້ານ​ກົດໝາຍ ​ແລະ ປະຫວັດສາດ​ສຳລັບ​​ເກາະ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ ກໍ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ການ​ຜັນ​​ແປຫວ່າງ​ມໍ່ໆ​ມາ​ນີ້​ຢູ່​ເຂດ​ນີ້, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ບັນດາ​ຫາດດອນ​ຫີນ, ​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ເດີມ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ. ບັນດາ​ການ​ກະທຳ​ນີ້ ​ໄດ້ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ຊີ​ວະ​ນາໆ​ພັນ​ຢ່າງ​ຮ້າຍ​ແຮງ, ພ້ອມ​ທັງສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາ​ມປອດ​ໄພ​ໃນ​ພາກ​ພື້ນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ຕັ້ງໜ້າ​ຂອງກອງ​ປະ​ຊຸມ​ໃນ​ເດ​ືອນ 10 ຜ່ານ​ມາ​ຂອງ​ກຸ່ມ​ປະຕິບັດ​ງານ​ລວມອາ​ຊຽນ - ຈີນ ຜັນ​ຂະຫຍາ​ຍຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ໄດ້​ເຫັນ​ດີ​ປຶກສາ​ຫາ​ລື​ບັນດາ​ບັນຫາ​ຕົ້ນ​ຕໍ່​ຂອງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).