ເພີ່ມທະວີການຮ່ວມມືສາກົນປະຕິບັດບັນດາຄຳໝັ້ນສັນຍາຢູ່ COP26

Chia sẻ
(VOVWORLD) - ຫວຽດນາມ ໄດ້ຜັນຂະຫຍາຍບັນດາຄຳໝັ້ນສັນຍາຢູ່ COP26 ຢ່າງເດັດຂາດ ແລະ ມີບັນດາບາດກ້າວທີ່ດີພໍສົມຄວນ.
ເພີ່ມທະວີການຮ່ວມມືສາກົນປະຕິບັດບັນດາຄຳໝັ້ນສັນຍາຢູ່ COP26 - ảnh 1ການປະຊຸມທາງໄກລະຫວ່າງສອງຝ່າຍໃນວັນທີ 11 ກໍລະກົດ (ພາບ:Bộ Tài nguyên và Môi trường)

ຕອນບ່າຍວັນທີ 11 ກໍລະກົດ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ມີການປະຊຸມທາງໄກກັບທ່ານ Alok Kumar Sharma, ລັດຖະມົນຕີລັດຖະບານ ອັງກິດ, ປະທານກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP26), ປຶກສາຫາລືກ່ຽວກັບການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26 ແລະ ມຸ່ງໄປເຖິງກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 27 (COP27). ທີ່ກອງປະຊຸມ, ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຜັນຂະຫຍາຍບັນດາຄຳໝັ້ນສັນຍາຢູ່ COP26 ຢ່າງເດັດຂາດ ແລະ ມີບັນດາບາດກ້າວທີ່ດີພໍສົມຄວນ.

        ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ທ່ານປະທານ COP26 Alok Kumar Sharma ຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ກຸ່ມຈີ7 ກຳນົດບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການເງິນ ເພື່ອໃຫ້ ຫວຽດນາມ  ເປັນເຈົ້າການໃນການປະຕິບັດວິວັດການຫັນປ່ຽນ ໂດຍໄວ.

        ທ່ານປະທານ COP26 Alok Kumar Sharma ໃຫ້ຮູ້ວ່າ: ລັດຖະບານ ອັງກິດ ຈະຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ເພື່ອພ້ອມກັນມຸ່ງໄປເຖິງຄາດໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາທີ່ COP26 ແລະ ມຸ່ງໄປເຖິງ COP27. ສອງຝ່າຍກໍ່ເຫັນດີເປັນເອກະພາບຈະມີບັນດາກອງປະຊຸມທາງໄກເພື່ອຊຸກຍູ້ບັນດາການກະທຳປະຕິບັດຄຳໝັ້ນສັນຍາ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ