ເພີ່ມທະວີການຮ່ວມມືລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ

Chia sẻ

(VOVWORLD) ໃນຂອບເຂດການຢ້ຽມຢາມມິດຕະພາບ ຈີນ, ຕອນບ່າຍວັນທີ 27 ພະຈິກ, ຢູ່ນະຄອນຫຼວງປັກກິ່ງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ມີການເຈລະຈາ ກັບທ່ານປະທານ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ຢູເຈີ້ງເຊິ່ງ.

ເພີ່ມທະວີການຮ່ວມມືລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ  - ảnh 1ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ໄກັບທ່ານປະທານ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ຢູເຈີ້ງເຊິ່ງ (ພາບ: TTXVN)

ທີ່ການເຈລະຈາ, ສອງຝ່າຍເປັນເອກະພາບ ສົມທົບກັນປະຕິບັດບາງເນື້ອໃນຄື: ຮ່າງບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມື ລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ໄລຍະ 2019-2024 ໃຫ້ສຳເລັດ ເພື່ອລົງນາມໃນປີ 2019; ກະກຽມຈັດຕັ້ງການພົບປະມິດຕະພາບ ລະຫວ່າງ ແນວໂຮມປະເທດຊາດ 7 ແຂວງຊາຍແດນຂອງ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງ 2 ແຂວງ ກວາງສີ ແລະ ຢຸນໜານ ຂອງຈີນໃນປີ 2019; ນຳບັນດາການເຄື່ອນໄຫວຮ່ວມມື ລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ເຂົ້າໃນແຜນການຈັດຕັ້ງ ການສະເຫຼີມສະຫຼອງ 70 ແຫ່ງວັນສ້າງຕັ້ງການພົວພັນການທູດ ລະຫວ່າງສອງປະເທດ ໃນປີ 2020.

ກ່ອນໜ້ານັ້ນ, ທີ່ຫໍສະພາປະຊາຊົນ, ທ່ານເຈິ່ນແທັງເໜີນ ໄດ້ພົບປະກັບທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ລີຊາງຈູ. ນະທີ່ນີ້, ທ່ານເຈິ່ນແທັງເໝີນ ສະເໜີສອງຝ່າຍ ເພີ່ມທະວີການຊີ້ນຳວຽກງານຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງ ສອງປະເທດຢ່າງເຂັ້ມງວດ, ເປັນຕົ້ນແມ່ນບັນດາບັນຫາທາງທະເລ, ສືບຕໍ່ນຳໃຊ້ບັນດາມາດຕະການທີ່ເໝາະສົມ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງຊາດ, ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ ລະຫວ່າງ ສອງປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ຕອບກັບ