ເພີ່ມທະວີການຮ່ວມມືຢູ່ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ

Chia sẻ
(VOVWORLD) - ຫວຽດນາມ ຍາມໃດກໍ່ຖືສາຍພົວພັນກັບ ລາວ ແລະ ກຳປູເຈຍ ເປັນສຳຄັນ, ຖືນີ້ແມ່ນໜ້າທີ່ຍຸດທະສາດ ແລະ ສະຫງວນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.
ເພີ່ມທະວີການຮ່ວມມືຢູ່ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ - ảnh 1ທີ່ກອງປະຊຸມ
(ພາບ: VOV-Vientiane)

        ຕອນເຊົ້າວັນທີ 01 ມີນາ, ຢູ່ແຂວງ ອັດຕະປື, ໄດ້ຈັດກອງປະຊຸມຄະນະກຳມະການປະສານງານລວມຄັ້ງທີ 13 ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ, ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຖືສາຍພົວພັນກັບ ລາວ ແລະ ກຳປູເຈຍ ເປັນສຳຄັນ, ຖືນີ້ແມ່ນໜ້າທີ່ຍຸດທະສາດ ແລະ ສະຫງວນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານສະເໜີໃຫ້ 3 ປະເທດ CLV ຕ້ອງໃຫ້ບຸລິມະສິດແກ່ການພັດທະນາບັນດາເສັ້ນທາງຄົມມະນາຄົມຫຼັກ ຮັບໃຊ້ການຂົນສົ່ງສິນຄ້າເຖິງບັນດາທ່າກຳປັ່ນ, ສູນການຄ້າ; ຕ້ອງມີມາດຕະການແກ້ໄຂຢ່າງຄົບຊຸດໃນການພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອດຶງດູດການລົງທຶນ, ພິເສດແມ່ນໃນຂົງເຂດທີ່ມີທ່າແຮງ, ຄື: ກະສິກຳເຕັກໂນໂລຊີສູງ, ພະລັງງານທົດແທນ, ຂຸດຄົ້ນແຮ່ທາດ, ການທ່ອງທ່ຽວ... ສິ້ນສຸດກອງປະຊຸມ, ປະທານຄະນະກຳມະການປະສານງານລວມ 3 ປະເທດໄດ້ລົງນາມໃນບົດບັນທຶກກອງປະຊຸມຄະນະກຳມະການປະສານງານລວມຄັ້ງທີ 13 ເຂດ 3 ຫຼ່ຽມພັດທະນາ.

ຕອບກັບ