ເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ໂປໂລຍ

Chia sẻ
(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຫຼາຍດ້ານກັບໂປໂລຍ, ຖື ໂປໂລຍ ແມ່ນຄູ່ຮ່ວມມືບຸລິມະສິດຂອງ ຫວຽດນາມ ຢູ່ ເອີລົບກາງ - ເອີລົບຕາເວັນອອກ
ເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ໂປໂລຍ - ảnh 1ຄະນະໄດ້ເຮັດວຽກບັນດາສະມາຊິກສະພາຕ່ຳ ໂປໂລຍ
(ພາບ:VOV)

ໂດຍສືບຕໍ່ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ຢູ່ ເອີລົບ, ວັນທີ 27 ມີນາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານສະພາແຫ່ງຊາດຢູ່ ໂປໂລຍ, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ, ໄດ້ເຈລະຈາກັບທ່ານ Piotr Zgorzelski, ຮອງປະທານສະພາຕ່ຳ ໂປໂລຍ. ທີ່ການເຈລະຈາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຫຼາຍດ້ານກັບໂປໂລຍ, ຖື ໂປໂລຍ ແມ່ນຄູ່ຮ່ວມມືບຸລິມະສິດຂອງ ຫວຽດນາມ ຢູ່ ເອີລົບກາງ - ເອີລົບຕາເວັນອອກ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ… ທ່ານຮອງປະທານສະແຫ່ງຊາດ ເຈິ່ນກວາງເຟືອງ ກໍ່ສະເໜີໃຫ້ໂປໂລຍ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EU), ຊຸກຍູ້ຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳ ຫວຽດນາມ, ສະເໜີໃຫ້ສອງປະເທດ ພິຈາລະຈາຄວາມສາມາດເຊື່ອມຕໍ່ສາຍການບິນລະຫວ່າງ ໂປໂລຍ ແລະ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວດ້ານການທ່ອງທ່ຽວ, ການຄ້າ ແລະ ລົງທຶນໃຫ້ຫຼາຍກ່ວາອີກ.

        ສ່ວນທ່ານ Piotr Zgorzelski, ຮອງປະທານສະພາຕ່ຳ ໂປໂລຍ ຢັ້ງຢືນວ່າ: ໂປໂລຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ສະພາແຫ່ງຊາດ ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ. ທ່ານ Piotr Zgorzelski ຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງປະຊາຄົມຊາວ ຫວຽດນນາມ ອາໄສຢູ່ ໂປໂລຍ, ທ່ານ ເນັ້ນໜັກວ່າ ປະຊາຄົມຊາວ ຫວຽດນາມ ຈະແມ່ນຂົວເຊື່ອມຕໍ່ທີ່ໝັ້ນແກ່ນໃຫ້ແກ່ການພົວພັນສອງປະເທດໃນອະນາຄົດ.

ຕອບກັບ