ເພີ່ມທະວີການຮ່ວມມືດ້ານວິທະຍາສາດເສນາຮັກ ລະຫວ່່າງຫວຽດນາມ ແລະ ລາວ

Chia sẻ
(VOVWORLD) -  ວັນທີ 13 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ສປປ.ລາວ, ໄດ້ດໍາເນີນກອງປະຊຸມວິທະຍາສາດເສນາຮັກຄັ້ງທີ 16 ລະຫວ່ງບັນດານັກຊ່ຽວຊານ, ແພດໝໍແຖວໜ້າຂອງໂຮງໝໍສູນກາງກອງທັບຫວຽດນາມ ແລະ ລາວ.
ເພີ່ມທະວີການຮ່ວມມືດ້ານວິທະຍາສາດເສນາຮັກ ລະຫວ່່າງຫວຽດນາມ ແລະ ລາວ - ảnh 1ກອງປະຊຸມວິທະຍາສາດເສນາຮັກຄັ້ງທີ 16 ລະຫວ່ງບັນດານັກຊ່ຽວຊານ, ແພດໝໍແຖວໜ້າຂອງໂຮງໝໍສູນກາງກອງທັບຫວຽດນາມ ແລະ ລາວ (ພາບ: ນັກຂ່າວ VOV ປະຈໍາ ລາວ) 

        ນີ້ແມ່ນກອງປະຊຸມວິທະຍາສາດຖືກຈັດຂຶ້ນ 2 ປີ ເທື່ອໜຶ່ງ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກວິທະຍາສາດ, ຖັນແຖວແພດໝໍຂອງໂຮງໝໍສອງແຫ່ງດັ່ງກ່າວ ສາມາດອັບເດັດບັນດາຄວາມຮູ້ໃໝ່ຂອງການເຄື່ອນໄຫວກວດ, ປິ່ນປົວພະຍາດ.  16 ບົດລາຍງານໃນຈໍານວນ ທັງໝົດ 40 ບົດລາຍງານໄດ້ນໍາມາສະເໜີຢູ່ກອງປະຊຸມ ແລະໄດ້ຮັບການປະກອບຄໍາເຫັນເພື່ອຍົກສູງກໍາລັງຄວາມສາມາດດ້ານວິຊາການ, ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານຮັກສາ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບໃຫ້ແກ່ທະຫານ ແລະ ປະຊາຊົນ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ, ຫົວໜ້າກົມເສນາຮັກຂອງລາວ ຢັ້ງຢືນວ່າ: ຂະແໜງເສນາຮັກຂອງລາວ ພວມສືບທອດຜົນງານ ແລະ ປະສົບການຂອງບັນດາປະເທດເພື່ອນມິດເທື່ອລະກ້າວ, ໃນນັ້ນມີຫວຽດນາມ. ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮ່ວມມື, ຍູ້ແຮງການແລກປ່ຽນປະສົບການໃນວຽກງານລ້ຽງແພຈຸລັງ, ຜ່າຕັດໝາກໄຂ່ຫຼັງ, ປົວພະຍາດມະເຮັງ... ເຊິ່ງປັດຈຸບັນ, ຂະແໜງສາທາລະນະສຸກຂອງລາວຍັງມີຂໍ້ຈໍາກັດຫຼາຍຢ່າງ.


ຕອບກັບ