ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວ​ມ​ມື​ພັດ​ທະ​ນາ​ຂະ​ແໜງ​ອຸ​ຕຸ​ນິ​ຍົມອຸ​ທົກກ​ະ​ສາດ ຫວຽດ​ນາມ

Chia sẻ
(VOVWORLD) -ຂະແໜງອຸຕຸນິຍົມອຸທົກກະສາດຍັງຕ້ອງການລົງທຶນຫຼາຍກ່ວາອີກໃນໄລຍະ 10 – 20 ປີຈະມາເຖິງເພື່ອຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການປ້ອງກັນຫຼີກລ້ຽງ ແລະ ຫຼຸດຜ່ອນຜົນເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວ​ມ​ມື​ພັດ​ທະ​ນາ​ຂະ​ແໜງ​ອຸ​ຕຸ​ນິ​ຍົມອຸ​ທົກກ​ະ​ສາດ ຫວຽດ​ນາມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ເລກົງແທັ່ງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ທີ່ຍົກອອກມາຢູ່ກອງປະຊຸມບັນດາຄູ່ຮ່ວມມືພັດທະນາຂະແໜງອຸຕຸນິຍົມ - ອຸທົກກະສາດ ຫວຽດນາມ ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ.

        ທ່ານ ເລກົງແທັ່ງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຖືວ່າ: ໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດຂອງຂະແໜງ ອຸຕຸນິຍົມ ອຸທົກກະສາດແມ່ນການປ່ຽນແປງຂອງດິນຟ້າອາກາດ. ຜ່ານນັ້ນ, ຢັ້ງຢືນໄດ້ບັນດາສິ່ງທີ່ພວກເຮົາມີຢູ່ແລ້ວ ແລະ ບັນດາບັນຫາທີ່ຍັງຂາດ, ຈາກນັ້ນສ້າງຍຸດທະສາດການພັດທະນາຢ່າງລະອຽດ, ເປັນຈຸດສຸມໃນໄລຍະແຕ່ນີ້ຮອດປີ 2030 ແລະ ມີວິໄສທັດຮອດປີ 2050. ທ່ານ ເລແທັ່ງກົງ ເນັ້ນໜັກວ່າ:

        ຂະແໜງອຸຕຸນິຍົມ ອຸທົກກະສາດ ຕ້ອງມີແຜນການສັງລວມ, ຢັ້ງຢືນໄດ້ວິວັດການຢ່າງຈະແຈ້ງໃນໄລຍະຈະມາເຖິງວ່າຕ້ອງພັດທະນາຄືແນວໃດ, ຄວນມີບັນດາແຫຼ່ງກຳລັງໃດແດ່, ຜູ້ໃດອາດຈະເຂົ້າຮ່ວມການໜູນຊ່ວຍນີ້ໄດ້ ແລະ ກົນໄກເປັນແນວໃດເພື່ອເຮັດໃຫ້ບັນດານັກລົງທຶນ, ບັນດາຄູ່ຮ່ວມມືພັດທະນາ ແລະ ນັບທັງບັນດາຜູ້ນຳໃຊ້ຜະລິດຕະພັນອຸຕຸນິຍົມ ອຸທົກກະສາດຈະມີການສັງເກດຢ່າງຈະແຈ້ງ, ຈາກນັ້ນມີແຜນການໜູນຊ່ວຍ, ຮ່ວມເດີນທາງໃນການພັດທະນາຂະແໜງ.

ຕອບກັບ