ເປີດສະຫຼອງຫ້ອງການຄະນະເລຂາບັນດາອົງການກວດສອບສູງສຸດ ອາຊຽນ

Chia sẻ
(VOVWORLD) - ຫວຽດນາມ ແມ່ນໜຶ່ງໃນ 4 ປະເທດສະເໜີສ້າງຕັ້ງ ASEANSAI. ນັບແຕ່ປິ 2011 ມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍ່ຮັກສາບົດບາດເປັນປະທານຄະນະກຳມາທິການສ້າງແຜນການຍຸດທະສາດຂອງ ASEANSAI.

ວັນທີ 2 ເມສາ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ໄດ້ຈັດຕັ້ງພິທີເປີດສະຫຼອງຫ້ອງການຄະນະເລຂາບັນດາອົງການກວດສອບສູງສຸດ ອາຊຽນ (ASEANSAI) ຊຶ່ງຕັ້ງຢູ່ ອິນໂດເນເຊຍ ດ້ວຍການເຂົ້າຮ່ວມຂອງການນຳບັນດາອົງການກວດສອບແຫ່ງລັດ ບັນດາປະເທດ ອາຊຽນ, ຄະນະເລຂາ ອາຊຽນ, ບັນດາເຈົ້າໜ້າທີ່ຂອງ ອິນໂດເນເຊຍ.

        ເຂົ້າຮ່ວມພິທີ, ທ່ານ ດ່ວານຊວນຕຽນ, ຮອງຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນ 4 ປະເທດສະເໜີສ້າງຕັ້ງ ASEANSAI. ນັບແຕ່ປິ 2011 ມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍ່ຮັກສາບົດບາດເປັນປະທານຄະນະກຳມາທິການສ້າງແຜນການຍຸດທະສາດຂອງ ASEANSAI. ນີ້ແມ່ນການປະກອບສ່ວນສຳຄັນຂອງ ຫວຽດນາມ ເຂົ້າໃນການຍົກສູງລັກສະນະໂປ່ງໃສ ແລະ ຄວາມຮັບຜິດຊອບ ອະພິປາຍ ຂອງບັນດາປະເທດໃນກຸ່ມ ອາຊຽນ ເພື່ອໃຫ້ ອາຊຽນ ພັດທະນາຢ່າງໂປ່ງໃສ, ຍືນຍົງ.

ຕອບກັບ