ເປີດສະຫຼອງຫໍພິພິທະພັນແນວໂຮມປະເທດຊາດ ຫວຽດນາມ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 15 ພຶດສະພາ, ພິທີປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຫໍພິພິທະພັນແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງຢູ່ຮ່າໂນ້ຍ.
ເປີດສະຫຼອງຫໍພິພິທະພັນແນວໂຮມປະເທດຊາດ ຫວຽດນາມ - ảnh 1 ພິທີເປີດສະຫຼອງຫໍພິພິທະພັນແນວໂຮມປະເທດຊາດ ຫວຽດນາມ

        ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນແທງເໝິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ: ນອກຈາກພາລະໜ້າທີ່ຈັດຕັ້ງການເກັບຮັກສາ, ວາງສະແດງ, ຂຸດຄົ້ນມູນຄ່າຂອງບັນດາວັດຖຸພັນແລ້ວ, ຫໍພິພິທະພັນຍັງແມ່ນບ່ອນຄົ້ນຄວ້າ, ເຜີຍແຜ່ສະຕິປັນຍາ, ຄວາມຮູ້ວິທະຍາສາດ, ປະຫວັດສາດ, ຕອບສະໜອງຄວາມຕ້ອງການຊອກຮູ້, ຮ່ຳຮຽນ, ສິດສອນຂອງປະຊາຊົນທຸກຊັ້ນວັນນະ.

        ເນື່ອງໃນໂອກາດນີ້, ຫໍພິພິທະພັນແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເອກະສານ, ວັດຖຸອັນລ້ຳຄ່າຈາກບັນດາຫົວໜ່ວຍ, ບຸກຄົນມອບໃຫ້ 318 ຢ່າງ.

ຕອບກັບ