ເປີດດ່ານສາກົນ ຈີມາ, ຫວຽດນາມ - ອາຍດ໋ຽນ, ຈີນ

Chia sẻ
(VOVWORLD) -ວັນທີ 10 ກັນຍາ, ທີ່ແຂວງລ້າງເຊີນ ຂອງຫວຽດນາມ ໄດ້ດໍາເນີນພິທີປະກາດເປີດຄູ່ດ່ານສາກົນ ຈີມາ (ຫວຽດນາມ) - ອາຍດ໋ຽນ (ຈີນ) ດ້ວຍການເຂົ້າຮ່ວມຂອງທ່ານ ຮອງນາຍົກ ລັດຖະມົນຕີ ຫວຽດນາມ  ເວືອງດິງເຫວ້.

ເປີດດ່ານສາກົນ ຈີມາ, ຫວຽດນາມ - ອາຍດ໋ຽນ, ຈີນ - ảnh 1 ດ່ານສາກົນ ຈີມາ

(ພາບ: TTXVN)

ໄລຍະຜ່ານມາ, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານໃນການຊຸກຍູ້ການສ້າງຄວາມສະດວກດ້ານການຄ້າ, ການເປີດດ່ານຕາມຊາຍແດນ ຫວຽດນາມ - ຈີນ ກໍຄືການນໍາສິນຄ້າ, ວັດຖຸດິບທີ່ຈໍາເປັນຈາກປະເທດຈີນ ເຂົ້າຫວຽດນາມ, ໄດ້ຊ່ວຍເພີ່ມທະວີມູນຄ່ານໍາເຂົ້າ-ສົ່ງອອກສອງສົ້ນ. ໄປຄຽງຄູ່ກັນນັ້ນ ແມ່ນໄດ້ຊ່ວຍໃຫ້ອັດຕາຂາດດຸນການຄ້າຈາກຈີນນັບມື້ນັບຫຼຸດລົງ.

        ຕໍ່ຈາກນັ້ນ, ໃນວັນທີ 11 – 12 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຈະນໍາໜ້າຄະນະປະຕິບັດງານຂອງລັດຖະບານ ເຂົ້າຮ່ວມ ງານຕະຫຼາດນັດຈີນ - ອາຊຽນ (CAEXPO) ທີ່ນະຄອນໜານໜິງ ແຫ່ງປະເທດຈີນ. ເຫດການດັ່ງກ່າວ ໂດຍປະເທດຈີນ ແລະ ປະເທດສະມາຊິກ ອາຊຽນ  10 ປະເທດ ຮ່ວມກັນຈັດຕັ້ງ.

ຕອບກັບ