ເດືອນ​ກໍາມະກອນ 2020: ສືບ​ຕໍ່​ມີ​ວຽກ​ເຮັດ​ງານ​ທໍາ ​ແລະ ຮັບປະກັນລາຍ​ຮັບ​ເປັນ​ປົກ​ກະຕິ​ໃຫ້​ແກ່​ກໍາມະກອນ, ​ຜູ້​ອອກ​ແຮງ​ງານ

Chia sẻ
(VOVWORLD) - ເດືອນກໍາມະກອນ ໂດຍ ສະຫະພັນໃຫຍ່ແຮງງານຫວຽດນາມ ປຸກລະດົມ ໄດ້ຈັດຂຶ້ນໃນທົ່ວປະເທດ ໃນເດືອນພຶດສະພາ ຂອງທຸກໆປີ, ເຊິ່ງໄດ້ເລີ່ມປະຕິບັດແຕ່ປີ 2013 ດ້ວຍຈຸດປະສົງ ເບິ່ງແຍງ, ດູແລ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ ແລະ ຊອບທໍາຂອງພະນັກງານ, ລັດຖະກອນ, ກໍາມະກອນ, ຊາວຜູ້ອອກແຮງງານ ເທື່ອລະກ້າວ; ສ້າງສາຍພົວພັນແຮງງານທີ່ມີຄວາມກົມກ່ຽວ, ສະຖຽນລະພາບ ແລະ ກ້າວໜ້າໃນວິສາຫະກິດ.
ເດືອນ​ກໍາມະກອນ 2020: ສືບ​ຕໍ່​ມີ​ວຽກ​ເຮັດ​ງານ​ທໍາ ​ແລະ ຮັບປະກັນລາຍ​ຮັບ​ເປັນ​ປົກ​ກະຕິ​ໃຫ້​ແກ່​ກໍາມະກອນ, ​ຜູ້​ອອກ​ແຮງ​ງານ - ảnh 1ທ່ານກ່ຽວງອກຫວູ, ຮອງປະທານສະຫະພັນແຮງງານນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກ (ພາບ: TTXVN )

        ໂດຍຕອບສະໜອງ ເດືອນກໍາມະກອນປີ 2020 ດ້ວຍຫົວຂໍ້ “ສືບຕໍ່່ມີວຽກເຮັດງານທໍາ - ອອກແຮງງານຢ່າງປອດໄພ - ຮັບປະກັນລາຍຮັບເປັນປົກກະຕິ”, ອົງການກໍາມະບານ ໄດ້ຜັນຂະຫຍາຍບັນດາກິດຈະກໍາຄື: ຈັດງານໂອ້ລົມສົນທະນາລະຫວ່າງພະນັກງານກໍາມະບານ ກັບ ອໍານາດການປົກຄອງທຸກຂັ້ນ, ຜູ້ນໍາໃຊ້ແຮງງານ ດ້ວຍຫົວຂໍ້ “ກໍາມະບານ ຮ່ວມເດີນທາງພ້ອມກັບວິສາຫະກິດ ຜ່ານຜ່າຄວາມຫຍຸ້ງຍາກພາຍຫຼັງໂລກລະບາດໂຄວິດ - 19 ສິ້ນສຸດລົງ”, ນໍາສະເໜີບັນດາມາດຕະການ ເພື່ອແກ້ໄຂບັນດາບັນຫາເຄັ່ງຮ້ອນ, ຮີບດ່ວນຂອງກໍາມະກອນ, ຜູ້ອອກແຮງງານ... ທ່ານ ຫວູແມ້ງຕຽມ, ຮອງຫົວໜ້າຄະນະໂຄສະນາສຶກສາ, ສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ ກໍາມະບານຫວຽດນາມ ພວມສົມທົບກັບບັນດາກະຊວງ, ຂະແໜງການ ສະຖິຕິຈໍານວນຜູ້ອອກແຮງງານທີ່ຖືກວ່າງງານ, ພັກການຊົ່ວຄາວ ຍ້ອນໂລກລະບາດໂຄວິດ - 19 ເພື່ອແນໃສ່ຜັນຂະຫຍາຍບ້ວງເງິນໜູນຊ່ວຍສັງຄົມຂອງລັດຖະບານ ເຂົ້າເຖິງຊາວຜູ້ອອກແຮງງງານໃນເດືອນກໍາມະກອນນີ້.

         “ໄລ່ຮອດປັດຈຸບັນ ສະຫະພັນໃຫຍ່ແຮງງານ ພວມສໍາຫຼວດ, ຮຽກຮ້ອງຂອງບັນດາຂະແໜງການ, ທ້ອງຖິ່ນ ລາຍງານ, ສະຖິຕິ, ປະກອບຄໍາເຫັນກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ກັບ ລັດຖະບານ ເພື່ອປັບປຸງ, ສໍາຫຼວດກວດຄືນບັນດາເປົ້າໝາຍ ເພື່ອໄດ້ຮັບເງິນອຸດໜູນຢ່າງເໝາະສົມ. ໄປຄຽງຄູ່ກັນນັ້ນ ກໍຮຽກຮ້ອງກໍາມະບານທຸກຂັ້ນຂົນຂວາຍຜູ້ນໍາໃຊ້ແຮງງານ ພ້ອມກັນແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການຜະລິດ”. 

ຕອບກັບ