ເຊື່ອມ​ຕໍ່​ການ​ສະ​ໜອງ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ໂຮນ​ລັງ

Chia sẻ
(VOVWORLD) -ກ່າວຄຳເຫັນທາງໄກ, ທ່ານ Guido van Rooy ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມວິສາຫະກິດ ຫວຽດນາມ - ໂຮນລັງ ຖືວ່າ:  ວາລະເຊື່ອມຕໍ່ໄດ້ສ້າງກາລະໂອກາດໃຫ້ແກ່ບັນດາອົງການຈັດຕັ້ງ, ວິສາຫະກິດຂອງທັງສອງປະເທດ ພົບປະກັນທາງໄກ ເພື່ອກຳໄດ້ຄວາມຕ້ອງການ, ແລກປ່ຽນຂໍ້ມູນ, ຊອກຫາເຕັກໂນໂລຢີ ແລະ ຄວາມຕ້ອງການໃນການສັ່ງຊື້ສິນຄ້າ ຂອງຄູ່ຄ້າ ກ້າວໄປເຖິງການເຈລະຈາ, ລົງນາມສັນຍາຊື້ຂາຍເຕັກໂນໂລຢີ.
ເຊື່ອມ​ຕໍ່​ການ​ສະ​ໜອງ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ໂຮນ​ລັງ - ảnh 1ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດໂຮນລັງ ປະຈຳ ຫວຽດນາມ ກ່າວຄຳເຫັນທາງໄກ (ພາບ: TTXVN)

ຕອນບ່າຍວັນທີ 16 ກັນຍາ, ພະແນກວິທະຍາສາດ ແລະ ເຕັກໂນໂລຢີ ຫາຍຝ່ອງ ໄດ້ຈັດວາລະເຊື່ອມຕໍ່ການສະໜອງ-ຄວາມຕ້ອງການເຕັກໂນໂລຢີ ຫວຽດນາມ -  ໂຮນລັງ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 14 ອົງການ, ວິສາຫະກິດ ໂຮນລັງ ແລະ ວິສາຫະກິດ FDI ໂຮນລັງ, ຜູ້ຕາງໜ້າບັນດາວິສາຫະກິດ ໃນບໍລິເວນນະຄອນຫາຍຝ່ອງ, ທີ່ວາລະເຊື່ອມຕໍ່, ບັນດາອົງການ, ວິສາຫະກິດ ມາຈາກ ໂຮນລັງ ໄດ້ແນະນຳ ແລະ ຊອກຫາກາລະໂອກາດຮ່ວມມື, ພົວພັນແລກປ່ຽນດ້ານການຄ້າ ກັບບັນດາວິສາຫະກິດ ຫວຽດນາມ ໃນບັນດາຂົງເຂດຄື ກະສິກຳ, ພະລັງງານ, ສັ່ງສິນຄ້າຮັບເໝົາສຳຮອງຢູ່ ຫວຽດນາມ.

ກ່າວຄຳເຫັນທາງໄກ, ທ່ານ Guido van Rooy ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມວິສາຫະກິດ ຫວຽດນາມ - ໂຮນລັງ ຖືວ່າ:  ວາລະເຊື່ອມຕໍ່ໄດ້ສ້າງກາລະໂອກາດໃຫ້ແກ່ບັນດາອົງການຈັດຕັ້ງ, ວິສາຫະກິດຂອງທັງສອງປະເທດ ພົບປະກັນທາງໄກ ເພື່ອກຳໄດ້ຄວາມຕ້ອງການ, ແລກປ່ຽນຂໍ້ມູນ, ຊອກຫາເຕັກໂນໂລຢີ ແລະ ຄວາມຕ້ອງການໃນການສັ່ງຊື້ສິນຄ້າ ຂອງຄູ່ຄ້າ ກ້າວໄປເຖິງການເຈລະຈາ, ລົງນາມສັນຍາຊື້ຂາຍເຕັກໂນໂລຢີ.

ກ່າວຄຳເຫັນທາງໄກ, ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ ໄດ້ເນັ້ນໜັກບັນດາຈຸດທີ່ຄ້າຍຄືກັນ ລະຫວ່າງ ຫາຍຝ່ອງ ແລະ ໂຮນລັງ, ພິເສດແມ່ນກ່ຽວກັບຂົງເຂດທ່າກ່ຳປັ່ນ. ຕາມທ່ານນາງ Elsbeth Akkerman ແລ້ວ, ສິນຄ້າ ຫວຽດນາມ ຢາກເຂົ້າຕະຫຼາດເອີລົບ ຕ້ອງຜ່ານຜ່າສິ່ງທ້າຍຫຼາຍຢ່າງ ກ່ຽວກັບມາດຕະຖານສິ່ງແວດລ້ອມ, ແຮງງານ, ຕົ້ນກຳເນີດ ແລະ ຕອບສະໜອງບັນດາຮຽກຮ້ອງທີ່ເຄັ່ງຄັດ ຢູ່ຕະຫຼາດນີ້.


ຕອບກັບ