ເຊື້ອ​ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ nCoV: ປະ​ທານ​ປະ​ເທດ​ຈີນ​ຢັ້ງ​ຢຶນ​ບັນ​ລຸ​ໄດ້ໝາກຜົນ​ງານ​ທີ່​ຕັ້ງ​ໜ້າ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ ແລະ ຄວບ​ຄຸມ​ໂລກ​ລະ​ບາດ

Chia sẻ
(VOVWORLD) -ວັນທີ 5 ກຸມພາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ບັນດາຄວາມມານະພະຍາຍາມໃນການຄວບຄຸມເຊື້ອພະຍາດອັກເສບປອດທີ່ເກີດຈາກ nCoV ພວມຢູ່ ໄລຍະສຳຄັນ ແລະ ເຈົ້າໜ້າທີ່ຄວນສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ.

ເຊື້ອ​ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ nCoV: ປະ​ທານ​ປະ​ເທດ​ຈີນ​ຢັ້ງ​ຢຶນ​ບັນ​ລຸ​ໄດ້ໝາກຜົນ​ງານ​ທີ່​ຕັ້ງ​ໜ້າ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ ແລະ ຄວບ​ຄຸມ​ໂລກ​ລະ​ບາດ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ

(ພາບ: THX/TTXVN)

ໃນຖະແຫຼງການສະບັບໜຶ່ງ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ ລັດຖະບານຄວນລາຍງານຂໍ້ມູນຂ່າວສານກ່ຽວກັບໂລກລະບາດໃຫ້ຖືກຕ້ອງ ແລະ ທັນການ, ພ້ອມທັງຈະປັບໄໝບັນດາເປົ້າໝາຍເຜີຍແຜ່ຂ່າວທີ່ບໍ່ມີຄວາມຈິງກ່ຽວຂ້ອງເຖິງເຊື້ອໄວຣັດ Corona ສາຍພັນໃໝ່. ເຈົ້າໜ້າທີ່ຕ້ອງຮັບປະກັນວ່າ ສິນຄ້າຊ່ວຍເຫຼືອຈະໄດ້ນຳໃຊ້ໃຫ້ແກ່ເປົ້າໝາຍຄວບຄຸມໂລກລະບາດ. ທ່ານໃຫ້ຢັ້ງຢືນຕໍ່ ຄວາມມານະພະຍາຍາມສະກະກັດກັ້ນ ແລະ ຄວບຄຸມໂລກລະບາດວ່າພວມບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ຈີນມີຄວາມເຊື່ອໝັ້ນ ແລະ ມີ ກຳລັງຄວາມສາມາດຢ່າງພຽງພໍຄວບຄຸມໂລກລະບາດນີ້ໄດ້.

ຕອບກັບ