ເຊີດຊູສິລະປະຟ້ອນ ແຊ່ວຂອງຊົນເຜົ່າຜູ້ໄທ - ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ

Chia sẻ
(VOVWORLD) - ໄລຍະຈະມາເຖິງ, ແຂວງ ສຸມໃສ່ນຳ ແຊ່ວຂອງຊົນເຜົ່າຜູ້ໄທ ກາຍເປັນຈຸດພົ້ນເດັ່ນໃຫ້ບັນດາສະຖານທີ່ທ່ອງທ່ຽວ, ຮັບໃຊ້ການທ່ອງທ່ຽວວົງຄະນະຍາດ, ສ້າງບັນຍາກາດດຳເນີນຊີວິດວັດທະນະທຳວົງຄະນະຍາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ເຊີດຊູສິລະປະຟ້ອນ ແຊ່ວຂອງຊົນເຜົ່າຜູ້ໄທ - ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ - ảnh 1ລາຍການຈັດຂຶ້ນຢູ່ສະໜາມຫຼວງ ໄຕບັກ, ນະຄອນເຊີນລາ, ແຂວງເຊີນລາ

ຕອນຄ່ຳວັນທີ 17 ກັນຍາ, ຢູ່ສະໜາມຫຼວງ ໄຕບັກ, ນະຄອນເຊີນລາ, ແຂວງເຊີນລາ ໄດ້ຈັດລາຍການເຊີດຊູສິລະປະຟ້ອນ ແຊ່ວຂອງຊົນເຜົ່່າຜູ້ໄທ ໄດ້ຮັບການເຊີດຊູຈາກອົງການ ສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNSECO) ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ. ທີ່ພິທີເຊີດຊູ, ຜ່ານສຽງດົນຕີ, ສຽງເພງ, ບັນດາວາດຟ້ອນ ແຊ່ວ ທີ່ອ່ອນໂຍນ, ບັນດານັກສິລະປະການພື້ນເມືອງຊົນເຜົ່າຜູ້ໄທ, ນັກຟ້ອນທັງຍິງ ແລະ ຊາຍ ໄດ້ເຮັດໃຫ້ວາດຟ້ອນແຊ່ວ ຄືດັ່ງມີຊີວິດຊີວາກ່ວາ, ເພີ່ມຊີວິດໃຫ້ບັນດາຄຸນຄ່າທີ່ເປັນມູນເຊື້ອ, ສີສັນຊົນເຜົ່າ, ຜ່ານນັ້ນເຊີດຊູຄຸນຄ່າວັດທະນະທຳທີ່ຍອດຍິ່ງຂອງປະຊາຊົນເຜົ່າຜູ້ໄທ ເຂດໄຕບັກ.

ທີ່ລາຍການ, ທ່ານນາງຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ຈ໊າງທິຊວັນ ເນັ້ນໜັກວ່າ: ສິລະປະຟ້ອນແຊ່ວຂອງຊົນເຜົ່າຜູ້ໄທ ໂດຍໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງໜ້າໃຫ້ມວນມະນຸດແມ່ນຄວາມເອກອ້າງທະນົງໃຈບໍ່ພຽງແຕ່ຂອງປະຊາຄົມຊົນເຜົ່າຜູ້ໄທເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນເຜົ່າຕ່າງໆຂອງແຂວງ ເຊີນລາ ອີກດ້ວຍ. ໄລຍະຈະມາເຖິງ, ແຂວງ ສຸມໃສ່ນຳ ແຊ່ວຂອງຊົນເຜົ່າຜູ້ໄທ ກາຍເປັນຈຸດພົ້ນເດັ່ນໃຫ້ບັນດາສະຖານທີ່ທ່ອງທ່ຽວ, ຮັບໃຊ້ການທ່ອງທ່ຽວວົງຄະນະຍາດ, ສ້າງບັນຍາກາດດຳເນີນຊີວິດວັດທະນະທຳວົງຄະນະຍາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ