ເຊີດຊູບັນດາຮູບຖ່າຍ, ຮູບເງົາສາລະຄະດີ, ເອກະສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

Chia sẻ
(vovworld)- ມີ​ຮູບ​ຖ່າຍ​, ຮູບ​ເງົາ​ສາລະ​ຄະດີ, ​ເອກະສານ 28 ​ເລື່ອງ​​ໄດ້​ຮັບ​ການ​ເຊີດ​ຊູ​ທີ່​ພິທີ​ມອບ​ລາງວັນ “ ງານ​ປະ​ກວດ​ຮູບ​ຖ່າຍ​, ຮູບ​ເງົາ​ສາລະ​ຄະດີ, ​ເອກະສານ....
ເຊີດຊູບັນດາຮູບຖ່າຍ, ຮູບເງົາສາລະຄະດີ, ເອກະສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ - ảnh 1
ມວນຊົນໄດ້ຮັບຊົມບັນດາຮູບຖ່າຍທີ່ສົ່ງມາຮ່ວມງານປະກວດ

(vovworld)- ມີ​ຮູບ​ຖ່າຍ​, ຮູບ​ເງົາ​ສາລະ​ຄະດີ, ​ເອກະສານ 28 ​ເລື່ອງ​​ໄດ້​ຮັບ​ການ​ເຊີດ​ຊູ​ທີ່​ພິທີ​ມອບ​ລາງວັນ “ ງານ​ປະ​ກວດ​ຮູບ​ຖ່າຍ​, ຮູບ​ເງົາ​ສາລະ​ຄະດີ, ​ເອກະສານກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດໃນປະຊາຄົມ ອາຊຽນ ປີ 2013 ” ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 20/2 ຢູ່​ຮ່າ​ໂນ້ຍ. 2 ລາງວັນ​ທີ 1 ​ແມ​່ນ​ໄດ້​ມອບ​ໃຫ້​ຮູ​ບຖ່າຍ “ ບົດບາດ​ຂອງ​ປ່າ ແລະ ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ” ຂອງຫວຽດນາມ ແລະ  ຮູບ​ເງົາ​ສາລະ​ຄະດີ, ​ເອກະສານ “ Jungle Beat ” ຂອງ​ກຸ່ມ​ບໍລິສັດ​ພັດທະນາ​ຟິມຮູບ​ເງົາ​ແຫ່ງ​ຊາດ ມາ​ເລ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຫງວຽນ​ບັກ​ຊອນ ​ໃຫ້​ຮູ້​ວ່າ : ດ້ວຍ​ຫົວ​ເລື່ອງ “​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດໃນປະຊາຄົມ ອາຊຽນ”, ງານ​ປະ​ກວດ​ໄດ້​ມຸ່ງ​ໄປ​ສູ່ວິ​ໄສ​ທັດ ອາ​ຊຽນ 2020 ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ບັນດາ​ສັງຄົມ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ, ກໍ່ສ້າງ “ ກຸ່ມອາ​ຊຽນສະອາດ, ຂຽວງາມ, ມີ​ກົນ​ໄກ​ປົກກະຕິ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນຍົງ, ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບປະກັນ​ຄວາມ​ໝັ້ນ​ຄົງຂອງ​ບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ພາກ​ພື້ນ, ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຂອງ​ບັນດາ​ປະ​ເທດ​ຊາດ​ໃນ​ກຸ່ມ​ອາ​ຊຽນ” ພ້ອມ​ກັນ​ນັ້ນ ກໍ​ຊຸກຍູ້​ການ​ຮ່ວມ​ມື, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ  ອາ​ຊຽນ​ໃຫ​້ໝັ້ນຄົງ ​ເຂັ້ມ​ແຂງ ​ແລະ ພ້ອມ​ກັນ​ປະຕິບັດ​ກົດ​ບັດ​ອາ​ຊຽນ.