ເຊີດຊູບັນດາສາດສະ ດາຈານ,ຮອງສາດສະ ດາຈານປີ 2013

Chia sẻ

​ເຊີດ​ຊູ​ບັນດາ​ສາດສະດາຈານ, ຮອງ​ສາດສະດາຈານ​ປີ 2013


ເຊີດຊູບັນດາສາດສະ ດາຈານ,ຮອງສາດສະ ດາຈານປີ 2013 - ảnh 1

(ພາບ: thethaovanhoa.vn )

(vovworld)-​​​​ ​ ວັນ​ທີ 18/11, ​​ຢູ່​ວັນ​ມຽວ-ກວກ​ຕື້​ຢາມ-​ຮ່າ​ໂນ້ຍ, ໄດ້​ຈັດ​ໃຫ້​ມີ​ພິທີ​ປະກາດ ​ແລະ ມອບ​ໃບຢັ້ງຢືນ​ໃຫ້ສາດສະດາຈານ 57 ທ່ານ, ຮອງ​ສາດສະດາຈານ 514 ທ່ານ ທີ່​ໄດ້ບັນລຸ​ມາດຖານ​ເປັນສາດສະດາຈານ, ຮອງ​ສາດສະດາຈານ​ປີ 2013. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ດິງ​ເທ​ຮິງ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຢືນຢັນ​ວ່າ: ບັນດາສາດສະດາຈານ, ຮອງ​ສາດສະດາຈານ ​ໄດ້​ຮັບຮອງ​ຄັ້ງນີ້ ມີ​ມາດຖານ​​ດ້ານ​ຄວາມ​ສາມາດ, ລະດັບ​ຄວາມ​ຮູ້ ​ແລະ ບັນດາ​ກິດຈະການ​ຄົ້ນຄ້ວາວິທະຍາສາດ:

   “​ເພື່ອ​ປະຕິບັດ​ຈຸດໝາຍ​ສ້າງສາ​ປະ​ເທດ​ຫວຽດນາມ ມີ ປຊຊ ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ສີວິ​ໄລ, ຖັນ​ແຖວ​ນັກ​ປັນຍາ​ຊົນ​ມີ​ບົດບາດ​ສຳຄັນ​ທີ່​ສຸດ. ​ໃນ​ນັ້ນ,​ ບັນດາສາດສະດາຈານ, ຮອງ​ສາດສະດາຈານ ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ພາລະກິດ​ການ​ສຶກສາ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ ປຊຊ, ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ອິດ​ຫິວ“.