ເຂົ້​າ​ໃຈ ແລະ ຍາດ​ແຍ່ງ​ໂອ​ກາດ​ຈາ​ກ​ສັນ​ຍາ RCEP

Chia sẻ
(VOVWORLD) - ໂດຍຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານກ່ຽວກັບການໂຄສະນາ, ເຜີຍແຜ່ ອາຊຽນ, ແນໃສ່ເພີ່ມທະວີປະສິດທິຜົນການເຄື່ອນໄຫວໂຄສະນາເຜີຍແຜ່ ອາຊຽນ, ຕອນເຊົ້າວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານໂຄສະນາ ອາຊຽນ ດ້ວຍຫົວຂໍ້ “ຜົນກະທົບຂອງ ສັນຍາ RCEP ຕໍ່ພື້ນຖານເສດຖະກິດ ຫວຽດນາມ ແລະ ສິ່ງທີ່ວິສາຫະກິດຄວນຮູ້”.
ເຂົ້​າ​ໃຈ ແລະ ຍາດ​ແຍ່ງ​ໂອ​ກາດ​ຈາ​ກ​ສັນ​ຍາ RCEP - ảnh 1ກອງປະຊຸມຝຶກອົບຮົມວຽກງານໂຄສະນາ ອາຊຽນ ດ້ວຍຫົວຂໍ້ “ຜົນກະທົບຂອງ ສັນຍາ RCEP ຕໍ່ພື້ນຖານເສດຖະກິດ ຫວຽດນາມ ແລະ ສິ່ງທີ່ວິສາຫະກິດຄວນຮູ້” (ພາບ: VOV5 - Anh Huyen)

ກອງປະຊຸມເພື່ອແນໃສ່ສະໜອງຂໍ້ມູນໃຫ້ແກ່ນັກຂ່າວ, ບັນນາທິການຮັບຜິດຊອບຂົງເຂດສະເພາະຂອງບັນດາສຳນັກຂ່າວສານ, ສື່ມວນຊົນ ເພີ່ມທະວີການໂຄສະນາກ່ຽວກັບສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ບັນດານະໂຍບາຍຫຼ້າສຸດຂອງ ຫວຽດນາມ ເພື່ອປະຕິບັດສັນຍາ RCEP ໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນ.

        ສັນຍາ RCEP ລວມມີ 10 ປະເທດສະມາຊິກ ອາຊຽນ ແລະ 5 ປະເທດຄູ່ຮ່ວມມືຂອງ ອາຊຽນ ຄື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ເຂົ້າໃນເດືອນພະຈິກ 2020 ແລະ ມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 1 ມັງກອນ 2022. ທ່ານ ຫງວຽນແອັງເຢືອງ, ສະຖາບັນຄົ້ນຄວ້າເສດຖະກິດສູນກາງ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

        “ໃນສັນຍາການຄ້າເສລີທຸກສະບັບ (FTA), ອາຊຽນ ໄດ້ລົງນາມໃນສັນຍາ FTA ຫຼາຍສະບັບກັບບັນດາປະເທດຄູ່ຮ່ວມມື ແຕ່ ສັນຍາ RCEP ແມ່ນສັນຍາສະບັບທຳອິດ ເຊິ່ງ ອາຊຽນ ສວມບົດບາດເປັນປະສານງານໃນການເຈລະຈາກັບພື້ນຖານເສດຖະກິດໃຫຍ່ທັງໝົດ. ໃນສະພາບການປັດຈຸບັນ, ຢູ່ ອາຊີ - ປາຊີຟິກ ມີການແກ້ງແຍ້ງຢ່າງໃຫຍ່ຫຼວງ, RCEP ໄດ້ສະແດງບົດບາດຂອງ ອາຊຽນ, ມີປະສົບການໃນການປະສານງານກັບບັນດາປະເທດພາຍນອກໃນເວທີດຽວກັນ, ແມ່ນອົງການທີ່ມີກຳລັງຄວາມສາມາດຢ່າງພຽງພໍເພື່ອສົມທົບກັບບັນດາພື້ນຖານເສດຖະກິດໃຫຍ່ໃນພາກພື້ນ”.

 Anh Huyen

ຕອບກັບ