ເກີດບັນດາເຫດລະເບີດຢູ່ທາງພາກກາງ ອີຣັກ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 18 ເມສາ (ຕາມເວລາທ້ອງຖິ່ນ), ລູກສອນໄຟຂອງ ອິດສະຣາແອັນ ໄດ້ບຸກເຂົ້າສະຖານທີ່ແຫ່ງໜຶ່ງຂອງ ອີຣານ.
ເກີດບັນດາເຫດລະເບີດຢູ່ທາງພາກກາງ ອີຣັກ - ảnh 1ລູກສອນໄຟຂອງ ອິດສະຣາແອັນ ໄດ້ບຸກເຂົ້າສະຖານທີ່ແຫ່ງໜຶ່ງຂອງ ອີຣານ
(ພາບປະກອບ: THX/TTXVN)

        ສຳນັກຂ່າວສານ ABC ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ, ຕອນຄ່ຳວັນທີ 18 ເມສາ (ຕາມເວລາທ້ອງຖິ່ນ), ລູກສອນໄຟຂອງ ອິດສະຣາແອັນ ໄດ້ບຸກເຂົ້າສະຖານທີ່ແຫ່ງໜຶ່ງຂອງ ອີຣານ. ສຳນັກຂ່າວສານ Fars ຂອງ ອີຣານ ກໍ່ໃຫ້ຂ່າວວ່າ ໄດ້ຍິນສຽງລະເບີດຢ່າງແຮງຢູ່ສະໜາມບິນແຫ່ງໜຶ່ງທີ່ນະຄອນ Isfahan, ທາງພາກກາງຂອງ ອີຣານ, ແຕ່ຍັງບໍ່ທັນຢັ້ງຢືນໄດ້ເຖິງສາຍເຫດເທື່ອ. ປະຈຸບັນ, ມີຖ້ຽວບິນຈຳນວນໜຶ່ງໄດ້ຮຽກຮ້ອງໃຫ້ປ່ຽນທິດບິນອອກຈາກເຂດນ່ານຟ້າຂອງ ອີຣານ. ໃນຂະນະນັ້ນ, ສຳນັກຂ່າວສານ ອີຣານ IRNA ກໍ່ໃຫ້ຂ່າວວ່າ, ປະເທດນີ້ໄດ້ເປີດນຳໃຊ້ລະບົບປ້ອງກັນອາກາດຢູ່ບາງນະຄອນ ພາຍຫຼັງເກີດເຫດລະເບີດຢູ່ໃຫ້ກັບນະຄອນ Isfahan. ຊ່ອງໂທລະພາບແຫ່ງລັດ ອີຣານ ໃຫ້ຮູ້ວ່າ, ບັນດາຮາກຖານໂຮງນິວເຄຼຍຢູ່ແຂວງ Isfahan ບໍ່ຖືກຜົນສະທ້ອນ.

        ປະຈຸບັນ, ປະຊາຄົມສາກົນໄດ້ຮຽກຮ້ອງຢ່າງຕໍ່ເນື່ອງເພື່ອໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຫຼີກລ້ຽງເຮັດໃຫ້ສະພາບການຢູ່ພາກພື້ນເຄັ່ງຕຶງຂຶ້ນຕື່ມ.

ຕອບກັບ