ຮ່າໂນ້ຍ ປາດຖະໜາຢາກໄດ້ຮັບການໜູນຊ່ວຍດ້ານການເງິນຈາກທະນາຄານໂລກ

Chia sẻ
(VOVWORLD) - ນະຄອນ ຮ່າໂນ້ຍ ພວມມຸ່ງໄປເຖິງ 2 ເປົ້າໝາຍຕົ້ນຕໍໃນການພັດທະນາຄົມມະນາຄົມຕົວເມືອງ. ໃນໄລຍະຈະມາເຖິງ, ຮ່າໂນ້ຍ ຈະສຸມໃສ່ນຳໃຊ້ບັນດາແຫຼ່ງທຶນງົບປະມານ, ແຫຼ່ງທຶນສັງຄົມກໍ່ຄືປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍດ້ານການເງິນຈາກ WB.
ຮ່າໂນ້ຍ ປາດຖະໜາຢາກໄດ້ຮັບການໜູນຊ່ວຍດ້ານການເງິນຈາກທະນາຄານໂລກ - ảnh 1 ທ່ານ ຫງວຽນດຶກຈູງ ແລະ ທ່ານ Makhtar Diop (ພາບ: kinhtedothi.vn)

  ນະຄອນ ຮ່າໂນ້ຍ ໄດ້ຕີລາຄາສູງການຮ່ວມມື, ໜູນຊ່ວຍສຳລັບ ຮ່າໂນ້ຍ ຂອງທະນາຄານໂລກ (WB) ໃນການປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ພັດທະນາພື້ນຖານໂຄງລ່າງຕົວເມືອງສຳລັບບັນດາໂຄງການແທ້ຈິງໃນຊຸມປີຜ່ານມາ, ພິເສດແມ່ນບັນດາໂຄງການເຮືອນຢູ່ໃນການຕັ້ງຖິ່ນຖານໃໝ່, ສາຍທາງລົດເມດ່ວນ (BRT) ແລະ ບັນດາໂຄງການຄົມມະນາຄົມອື່ນໆ…ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໃນວັນທີ 20 ກຸມພາ, ທີ່ການເຮັດວຽກກັບທ່ານ Makhtar Diop, ຮອງປະທານທະນາຄານໂລກຮັບຜິດຊອບຂົງເຂດພື້ນຖານໂຄງລ່າງ.

        ຕາມທ່ານ ຫງວຽນດຶກຈູງ ແລ້ວ, ປັດຈຸບັນ, ນະຄອນ ຮ່າໂນ້ຍ ພວມມຸ່ງໄປເຖິງ 2 ເປົ້າໝາຍຕົ້ນຕໍໃນການພັດທະນາຄົມມະນາຄົມຕົວເມືອງ. ໃນໄລຍະຈະມາເຖິງ, ຮ່າໂນ້ຍ ຈະສຸມໃສ່ນຳໃຊ້ບັນດາແຫຼ່ງທຶນງົບປະມານ, ແຫຼ່ງທຶນສັງຄົມກໍ່ຄືປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍດ້ານການເງິນຈາກ WB.

        ສ່ວນທ່ານ Makhtar Diop ຢືນຢັນວ່າ: ຈະສືບຕໍ່ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງ ຮ່າໂນ້ຍ, ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບນະຄອນ ເພື່ອຜັນຂະຫຍາຍບັນດາແຜນການຂອງນະຄອນ, ກໍ່ຄືເປີດກ້ວາງການຮ່ວມມືໃນຂົງເຂດກໍ່ສ້າງລະບົບລົດໄຟຟ້າ, ຄຸ້ມຄອງແຫຼ່ງນ້ຳ, ບຳບັບນ້ຳເສຍ.

ຕອບກັບ