ຮ່າ​ໂນ້ຍ ປຸກ​ລະ​ດົມເດືອນ​ຈຸດ​ສຸມ “ເພື່ອ​ຄົນ​ທຸກ​ຍາກ” ແລະ ການ​​ຮັບ​ປະ​ກັນ​ຊີ​ວິດ ປີ 2024

Chia sẻ
(VOVWORLD) - ທ່ານນາງ ຫງວຽນລານເຮືອງ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແນວໂຮມທຸກຂັ້ນໃນບໍລິເວນນະຄອນ ໄດ້ຫັດເງິນເປັນຈຳນວນ 103 ຕື້ ດົ່ງ (ກ່ວາ 4,1 ລ້ານ USD) ຈາກກອງທຶນເພື່ອຄົນທຸກຍາກເພື່ອໜູນຊ່ວຍການກໍ່ສ້າງ, ສ້ອມແປງເຮືອນແຫ່ງມະຫາສາມັກຄີ.
ຮ່າ​ໂນ້ຍ ປຸກ​ລະ​ດົມເດືອນ​ຈຸດ​ສຸມ “ເພື່ອ​ຄົນ​ທຸກ​ຍາກ” ແລະ ການ​​ຮັບ​ປະ​ກັນ​ຊີ​ວິດ ປີ 2024 - ảnh 1ທ່ານນາງ ຫງວຽນລານເຮືອງ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມນະຄອນຮ່າໂນ້ຍ ຕ້ອນຮັບເງິນບໍລິຈາກໃຫ້ແກ່ກອງທຶນ (ພາບ: VOV)

ຕອນຄ່ຳວັນທີ 16 ຕຸລາ, ຄະນະກຳມະການປະຊາຊົນ - ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ ໄດ້ຈັດພິທີປຸກລະດົມເດືອນຈຸດສຸມ “ເພື່ອຄົນທຸກຍາກ” ແລະ ການຮັບປະກັນຊີວິດສັງຄົມປີ 2024. ເຫດການແມ່ນເພື່ອແນໃສ່ຕອບສະໜອງຂະບວນການແຂ່ງຂັນ “ເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຖືກປະໄວຢູ່ທາງຫຼັງ” ໄລຍະ 2021 – 2025 ໂດຍນາຍົກລັດຖະມົນຕີ ປຸກລະດົມ, ພ້ອມທັງເສີມຂະຫຍາຍມູນເຊື້ອສາມັກຄີ, ຮັກແພງເຊິ່ງກັນແລະກັນ, ສ້າງແຫຼ່ງກຳລັງຕື່ມອີກ, ຮ່ວມແຮງຮ່ວມໃຈພ້ອມກັບທຸກຂັ້ນ, ທຸກຂະແໜງການຊ່ວຍເຫຼືອຄົນທຸກຍາກ, ປະກອບສ່ວນເຂົ້າໃນການປະຕິບັດສຳເລັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ ແລະ ການຮັບປະກັນຊີວິດສັງຄົມຂອງນະຄອນ.

ທ່ານນາງ ຫງວຽນລານເຮືອງ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແນວໂຮມທຸກຂັ້ນໃນບໍລິເວນນະຄອນ ໄດ້ຫັດເງິນເປັນຈຳນວນ 103 ຕື້ ດົ່ງ (ກ່ວາ 4,1 ລ້ານ USD) ຈາກກອງທຶນເພື່ອຄົນທຸກຍາກເພື່ອໜູນຊ່ວຍການກໍ່ສ້າງ, ສ້ອມແປງເຮືອນແຫ່ງມະຫາສາມັກຄີ, ສ້ອມແປງເຮືອນຢູ່ໃຫ້ແກ່ຄອບຄົບທີ່ປະສົບກັບຄວາມຫຍຸ້ງຍາກ.

ຄະນະຂົນຂວາຍກອງທຶນເພື່ອຄົນທຸກຍາກນະຄອນຮ່າໂນ້ຍ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທຸກວິສາຫະກິດ, ທຸກອົງການ, ຜູ້ໃຈບຸນໃຈກຸສົນໝົດທຸກຄົນ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນຢູ່ ຫວຽດນາມ ສືບຕໍ່ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຄົນທຸກຍາກ, ສະໜັບສະໜູນກອງທຶນເພື່ອຄົນທຸກຍາກທຸກຂັ້ນ ແລະ ລາຍການຮັບປະກັນຊີວິດສັງຄົມຂອງນະຄອນດ້ວຍຈິດໃຈຮ່ວມແຮງຮ່ວມໃຈບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.


ຕອບກັບ