ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຮອງປະທານທະນາຄານໂລກ

Chia sẻ
ຕອນ​ເຊົ້າ​ວັນ​ທີ 25/7 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Thi Kim Ngan ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ​ Pamela Cox ຮອງ​ປະທານ​ທະນາຄານ​ໂລກ

ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ         ຮອງປະທານທະນາຄານໂລກ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ​ Pamela Cox ຮອງ​ປະທານ WB
ພາບ: cpv.org.vn


(vovworld) - ຕອນ​ເຊົ້າ​ວັນ​ທີ 25/7 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Thi Kim Ngan ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ​ Pamela Cox ຮອງ​ປະທານ​ທະນາຄານ​ໂລກ (WB) ຮັບ​ຜິດຊອບ​ເຂດ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ​ເມື່ອ​ແລກປ່ຽນ​ກັບ​ທ່ານ​ຮອງ​ປະທານ​ທະນາຄານ​ໂລກ, ທ່ານ​ນາງ Nguyen Thi Kim Ngan ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ສ້າງ​ລະບອບ​ນະ​ໂຍບາຍ​ກົດໝາຍ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຍົກ​ສູງ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ. ສະ​ນັ້ນ ​ໃນ​ໄລຍະ​ຈະ​ມາ​ເຖິງ ຫວຽດນາມ ປາດ​ຖະຫນາ WB ສືບ​ຕໍ່​ຮ່ວມ​ມື​ໃນ​ບັນດາ​ໂຄງການ​ກ່ຽວຂ້ອງ​ເຖິງ​ການ​ປະຕິ​ຮູບ​ການ​ລົງທຶນ​ຂອງ​ລັດ, ຂົງ​ເຂດ​ທະນາຄານ​ການ​ເງິນ, ສ້າງ​ລະບົບ​ວິ​ສາ​ຫະກິດ​ຄືນ​ໃຫມ່, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເຕັກນິກ. ທ່ານ​ນາງ ​ Pamela Cox ​ໃຫ້​ຮູ້​ວ່າ: ທະ​ນາ​ຄານ​ໂລກ ຈະ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກວ່າ​ອີກ​ໃນ​ການ​ຊ່ວຍ​ເຫລືອ ຫວຽດນາມ ຜ່າ​ຜ່າ​ສິ່ງ​ທ້າ​ທາຍ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ກໍ​ຄື​ພ້ອມ​ແລ້ວ​ຫນູນ​ຊ່ວຍ ຫວຽດນາມ ປະຕິບັດ​ບັນດາ​​ເປົ້າ​ໝາຍ​ພັດທະນາ​ໃຫ້​ສຳ​ເລັດ​ຜົນ.