ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຢູ່ແຂວງ ເງະອານ

Chia sẻ
(VOVWORLD) - ຕອນບ່າຍວັນທີ 18 ມິຖຸນາ, ຄະນະປະຕິບັດງານຂອງສະພາແຫ່ງຊາດໂດຍທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເປັນຫົວໜ້າຄະນະ,
ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຢູ່ແຂວງ ເງະອານ - ảnh 1 ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)

 ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຍາດຕິພີ່ນ້ອງບັນດາຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນ 2 ເມືອງຄື ໂດເລືອງ ແລະ ນາມດານ (ແຂວງ ເງະອານ). ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຍາມໃດກໍ່ຈົດຈຳຄຸນງາມຄວາມດີອັນໃຫຍ່ຫລວງ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງສຳລັບບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດ, ຜູ້ມີຄຸນງາມຄວາມດີ ແລະ ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ໄດ້ເສຍສະຫຼະເລືອດເນື້ອໃຫ້ຄວາມເປັນເອກະລາດ, ຄວາມເສລີພາບຂອງປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານນາງ ຕ່ອງທິຟ໋ອງ ສະເໜີແຂວງ ເງະອານ, ອຳນາດການປົກຄອງທ້ອງຖິ່ນ, ບັນດາຂັ້ນ, ຄະນະ, ຂະແໜງການ, ໝູ່ຄະນະ ຄວນສືບຕໍ່ຍູ້ແຮງຂະບວນການ “ຕອບບຸນແທນຄຸນ”, ເອົາໃຈໃສ່ເປັນພິເສດເຖິງບັນດານະໂຍບາຍສັງຄົມສຳລັບຜູ້ມີຄຸນງາມຄວາມດີ ເພຶ່ອສາມາດບັນເທົາຄວາມເຈັບປວດຂອງຍາດຕິພີ່ນ້ອງບັນດາຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາຄອບຄົວເປົ້າໝາຍນະໂຍບາຍ.

ຕອບກັບ