ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເຮັດວຽກກັບການນຳເມືອງ ເມື່ອງແຍ໋,ແຂວງ ດ້ຽນບຽນ

Chia sẻ
(VOVWORLD) -  ທີ່ການເຮັດວຽກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ຮຽກຮ້ອງໃຫ້ ເມືອງ ເມື່ອງແຍ໋ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນໃນການພັດທະນາເສດຖະກິດ, ຕັ້ງໜ້າຫັນປ່ຽນໂຄງປະກອບຜົນລະປູກ
ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເຮັດວຽກກັບການນຳເມືອງ ເມື່ອງແຍ໋,ແຂວງ ດ້ຽນບຽນ - ảnh 1ທ່ານນາງຕ່ອງທິຟ໋ອງ ເຮັດວຽກກັບການນຳເມືອງ ເມື່ອງແຍ໋ 

ຕອນບ່າຍວັນທີ 28 ມັງກອນ, ທ່ານນາງຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ມີການເຮັດວຽກກັບການນຳເມືອງ ເມື່ອງແຍ໋, ແຂວງ ດ້ຽນບຽນ ກ່ຽວກັບໝາກຜົນ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງພັກ ແລະ ລະບົບການເມືອງປີ 2017, ຄາດໝາຍໜ້າທີ່ຈຸດສຸມປີ 2018 ໃນບໍລິເວນ.

        ທີ່ການເຮັດວຽກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ຮຽກຮ້ອງໃຫ້ ເມືອງ ເມື່ອງແຍ໋ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນໃນການພັດທະນາເສດຖະກິດ, ຕັ້ງໜ້າຫັນປ່ຽນໂຄງປະກອບຜົນລະປູກ, ສັດລ້ຽງ, ນຳມາເຊິ່ງມູນຄ່າເສດຖະກິດສູງ. ໂຄສະນາ, ຂົນຂວາຍປະຊາຊົນບໍ່ອົບພະຍົບເສລີ, ບໍ່ທຳລາຍປ່າເຮັດໄຮ່, ຮັບປະກັນໃຫ້ຊາວອົບພະຍົບມີຊີວິດເປັນປົກກະຕິ, ເພີ່ມທະວີວຽກງານບຳລຸງສ້າງ, ຍົກສູງລະດັບວິຊາຊີບໃຫ້ແກ່ພະນັກງານ, ພິເສດແມ່ນຖັນແຖວພະນັກງານຂັ້ນຮາກຖານ, ປະກອບສ່ວນກໍ່ສ້າງ, ປັບປຸງອົງການຈັດຕັ້ງພັກຂັ້ນຮາກຖານໃຫ້ໝັ້ນຄົງເຂັ້ມແຂງ. ຈາກນັ້ນ, ສ້າງປະຖົມປັດໄຈເພື່ອປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ປີ 2018 ແລະ ຂອງອາຍຸການ 5 ປີ 2015 – 2020 ຢ່າງມີໄຊ.

ຕອບກັບ