ຮອງປະທານປະເທດລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ເດັກນ້ອຍທີ່ເປັນມະເຮັງຢູ່ໂຮງໝໍ K

Chia sẻ
(VOVWORLD) -  ວັນທີ 29 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ລົງຢ້ຽມຢາມ, ປຸກລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ເດັກນ້ອຍທີ່ເປັນມະເຮັງຢູ່ໂຮງໝໍ K ສາຂາ ເຕິນຈ່ຽວ (ຕາແສງ ເຕິນຈ່ຽວ, ເມືອງ ແທັງຈີ່, ຮ່າໂນ້ຍ) ເນື່ອງໃນໂອກາດວັນເດັກນ້ອຍສາກົນ (01/06).
ຮອງປະທານປະເທດລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ເດັກນ້ອຍທີ່ເປັນມະເຮັງຢູ່ໂຮງໝໍ K - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢ້ຽມຢາມ ເດັກນ້ອຍທີ່ເປັນມະເຮັງຢູ່ໂຮງໝໍ K (ພາບ: TTXVN)

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ ໂຮງໝໍໄດ້ນຳໃຊ້ບັນດາຜົນງານດ້ານວິທະຍາສາດ, ເຕັກນິກທີ່ກ້າວໜ້າ, ເຕັກໂນໂລຊີສູງເຂົ້າໃນການປິ່ນປົວໄດ້ສຳເລັດ, ຍົກສູງປະສິດທິຜົນການປິ່ນປົວ, ແກ່ຍາວຊີວິດໃຫ້ຄົນເຈັບຫລາຍຄົນ. ທ່ານນາງຢືນຢັນວ່າ ບັນດາຜົນງານຂອງໂຮງໝໍໃນໄລຍະຜ່ານມາ ໄດ້ປະກອບສ່ວນເຂົ້າໃນຜົນງານອັນຍິ່ງໃຫຍ່ຂອງພື້ນຖານແພດສາດ ຫວຽດນາມ. ທ່ານນາງ ດັ້ງທິງອັກທິ້ງ ສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງສາທາລະນະສຸກ, ຂະແໜງສາທາລະນະສຸກ, ໂຮງໝໍ K, ສະມາຄົມໃຫຍ່ແພດສາດ ແລະ ບັນດາອົງການຈັດຕັ້ງ ຈະຕັ້ງໜ້າໂຄສະນາ, ແນະນຳໃຫ້ປະຊາຊົນເອົາໃຈໃສ່ຕໍ່ສຸຂະພາບໃຫ້ຖືກວິທີ ເພື່ອແນໃສ່ຈຳກັດການເສຍຊີວິດຍ້ອນພະຍາດມະເຮັງ.

ຕອບກັບ