ຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນສປຊເພື່ອເດັກນ້ອຍ

Chia sẻ
(VOVWORLD) - ຕອນບ່າຍວັນທີ 4/8, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິງ ຕ້ອນຮັບທ່ານ Youssouf Abdel – jelil, ຫົວໜ້າຜູ້ຕາງໜ້າກອງທຶນ ສປຊ ເພື່ອເດັກນ້ອຍ ປະຈຳ ຫວຽດນາມ.
ຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນສປຊເພື່ອເດັກນ້ອຍ - ảnh 1ຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນສປຊເພື່ອເດັກນ້ອຍ 

ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາປະຕິບັດບັນດາເນື້ອໃນສົນທິສັນຍາກ່ຽວກັບສິດຂອງເດັກຄື: ກົດໝາຍວ່າດ້ວຍເດັກນ້ອຍ. ໃນໄລຍະຈະມາເຖິງ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ ສະເໜີກອງທຶນ ສປຊ ເພື່ອເດັກນ້ອຍ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນຫຼາຍບັນຫາທີ່ ຫວຽດນາມ ເອົາໃຈໃສ່ຄື: ການປ້ອງກັນ, ຕ້ານການຂົ່ມຂືນທຳສຳເລົາເດັກ; ການໜູນຊ່ວຍເດັກນ້ອຍທີ່ດຳລົງຊີວິດໃນຄອບຄົວທຸກຍາກ; ການຫຼຸດຜ່ອນອັດຕາສ່ວນເດັກພິການລົງ…

        ສ່ວນທ່ານ Youssouf Abdel – jelil, ກໍ່ຢືນຢັນເຖິງຄວາມປາຖະໜາຢາກສືບຕໍ່ສາຍພົວພັນຮ່ວມມືອັນດີງາມລະຫວ່າງ ກອງທຶນ ສປຊ ເພື່ອເດັກນ້ອຍ ກັບ ຫວຽດນາມ. ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຢ່າງແຮງຈາກລັດຖະບານ ຫວຽດນາມ ທີ່ມີຕໍ່ວຽກງານຂອງກອງທຶນ ສປຊ ເພື່ອເດັກນ້ອຍ ໃນໄລຍະຜ່ານມາ.

ຕອບກັບ