ຮອງປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ

Chia sẻ

ຮອງປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ

ຮອງປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ - ảnh 1
ພິທີຕ້ອນຮັບຮອງປະທານປະເທດລາວ ບຸນ​ຍັງວໍລະ​ຈິດ
ມາຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ
( ພາບ: vietnamplus.vn )

(vovworld) - ​ໂດຍ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ  Nguyen Thi Doan , ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ປະ​ເທດ​ ສປປລາວ ບຸນ​ຍັງວໍລະ​ຈິດ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 17-20/7. ຕອນ​ບາຍ​ວັນ​ທີ 17/7, ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ  Nguyen Thi Doan ​ໄດ້​ມີ​ການ​ເຈລະຈາ​ກັບທ່ານ ຮອງປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ. ທັງ​ສອງ​ຝ່າຍ​ຢັ້ງຢືນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການພັວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ, ຖື​ວ່າ​ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ທີ່​ຄວນ​ໄດ້​ຮັບ​ການ​ຮັກສາ​ໄວ້ ​ແລະ ສືບ​ທອດ​ໃຫ້​ລຸ້ນຕໍ່ໆ​ໄປ. ສອງ​ຝ່າຍ​ຢັ້ງຢືນ​ຄວນ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ແລກປ່ຽນ​ການ​ຢ້ຽມຢາມ​ກໍ່​ຄື​ການ​ຮ່ວມ​ມື​ຢູ່​ໃນ 3 ຂັ້ນ ລັດ, ທ້ອງ​ຖີ່​ນ, ​ແລະ ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ຜັນ​ຂະຫຍາຍ​ການ​ເຜີຍ​ແຜ່, ​ໂຄສະນາ​ປະຫວັດ​ສາດ​ແຫ່ງ​ສາຍ​ພົວພັນ​​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໄລຍະ 1930-2007 ​ແລະ ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ປີ ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2012 ສຳ​ເລັດ​ຜົນ. ທັງ​ສອງ​ຝ່າຍ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ລະຫວ່າງ​​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ສອງ​ຝ່າຍ​ເຫັນ​ດີ​ຕັ້ງໜ້າ​ສະໜັບສະໜູນ​ລັດຖະບານ​ສອງ​ປະ​ເທດ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ຊຸກຍູ້​ຄວາມ​ກ້າວໜ້າ, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ທີ່​ມີ​ຕໍ່​ບັນດາ​​ໂຄງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ຄົມະ​ນາ​ຄົມ​ຂົນ​ສົ່ງ, ກະ​ສີ​ກຳ, ຊົນລະປະທານ, ຂຸດ​ຄົ້ນ​ແຮ່​ທາດ… ທີ່​ການ​ເຈລະຈາ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ  Nguyen Thi Doan ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ​ສອງ​ຝ່າຍ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ຄົ້ນ​ຄ້ວາ​ວິທະຍາສາດ, ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແຫຼ່ງຊັບພະ ຍາກອນ​ມະນຸດ​ຂອງ​ແຕ່ລະ​ປະ​ເທດ​ກໍ່​ຄື​ກິດຈະການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ທັງ​ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວງ​ກ່ຽວ​ກັບ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ພົ້ນ​ເດັ່ນ​ໃນ​ໄລຍະ​ຜ່ານ​ມາ, ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ກັນ​ໃນ​ການ​ເຄື່ອນ​ໄຫວພົວພັນ​ກັບ​ຕ່າງປະ​ເທດ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.