ຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ

Chia sẻ
(VOVWORLD) - ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງບໍ່ສາມາດຕັດແຍກອອກຈາກປະເທດຊາດ ຫວຽດນາມ ໄດ້, ແມ່ນແຫຼ່ງກຳລັງສຳຄັນໃຫ້ແກ່ການພັດທະນາ, ວັດທະນາຖາວອນຂອງປະເທດຊາດ.
ຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະກັບບັນດາພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ສະວິດ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 29 ຢູ່ ສະວິດ, ຕອນບ່າຍວັນທີ 05 ກໍລະກົດ, ທີ່ນະຄອນຫລວງ Bern, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ມີການພົບປະກັບບັນດາພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ສະວິດ, ຄະນະປະຕິບັດງານ ຫວຽດນາມ ປະຈຳ ເຊີແນວ, ບັນດາສະມາຊິກຄະນະບໍລິຫານງານສະມາຄົມມິດຕະພາບ ສະວິດ - ຫວຽດນາມ ແລະ ບັນດາຜູ້ຕາງໜ້າດີເດັ່ນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ. ທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ບັນດາການເຄື່ອນໄຫວຕັ້ງໜ້າຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ, ປະກອບສ່ວນຮັກສາ, ປັບປຸງຄວາມສາມັກຄີ, ຄວາມຜູກພັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນປະຊາຄົມຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ເພື່ອພ້ອມກັນສ້າງສະຖຽນລະພາບ, ການພັດທະນາຢູ່ປະເທດ ສະວິດ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງບໍ່ສາມາດຕັດແຍກອອກຈາກປະເທດຊາດ ຫວຽດນາມ ໄດ້, ແມ່ນແຫຼ່ງກຳລັງສຳຄັນໃຫ້ແກ່ການພັດທະນາ, ວັດທະນາຖາວອນຂອງປະເທດຊາດ.

ຕອບກັບ