ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບຜູ້ອຳນວຍການWBປະຈຳຫວຽດນາມ

Chia sẻ
(vovworld) – ຕອນ​ບ່າຍ​ວັນ​ທີ 20/11, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Victoria Kwakwa, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ​ (WB) ປະ​ຈຳ​ຫວຽດ​ນາມ.
ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບຜູ້ອຳນວຍການWBປະຈຳຫວຽດນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວູວັນນິງ
ຕ້ອນຮັບຜູ້ອຳນວຍການWBປະຈຳຫວຽດນາມ
(ພາບ​ປະ​ກອບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 20/11, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Victoria Kwakwa, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ​ (WB) ປະ​ຈຳ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ ຢືນ​ຢັນ​ວ່າ, ໃນ​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຫວຽດ​ນ​າມ​ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຢ່າງ​ຕັ້ງ​ໜ້າ. ພິ​ເສດ, ສະ​ພາ​ແຫ່ງ​ຊາດ, ລ​ັດ​ຖະ​ບານ​ຫວຽດ​ນາມ ກໍ​ປັບ​ປຸງວິ​ທີເຕົ້າ​ໂຮມ ແລະ ຈັດ​ແບ່ງ​ແ​ຫຼ່ງ​ກຳ​ລັງ​ປະ​ຕິ​ບັດ​ໃຫ້​ໂຄງ​ການ ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ກຳ​ລັງ​​ຂອງ​ລັດ ເພື່ອ​ບັນ​ລຸ​ຜົນ​ງານ​ສູງ​ສຸດ. ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ ສະ​ເໜ​ີ​ໃຫ້ WB ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ແຫຼ່ງ​ທຶນ​​ດ້ວຍ​ຄ່າ​ດອກ​ເບ້ຍ​ບຸ​ລິ​ມະ​ສິດ​ໃຫ້​ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ຕິດ​ພັນ​ກັບ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ.

      ທ່​ານ​ນາງ Victoria Kwakwa, ຢືນ​ຢັນ​ວ່າ, ຍາມ​ໃດ WB ​ກໍ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ, ສັງ​ຄົມ​ເວົ້າ​ລວ​ມ, ໃນ​ນັ້ນ​ມີ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຕິດ​ພັນ​ກັບ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ເວົ້າ​ສະ​ເພາະ.