ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ ໂປໂລຍ

Chia sẻ
(VOVWORLD) - ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Mika Tapani Lintila ລັດຖະມົນຕີກະຊວງເສດຖະກິດ ໂປໂລຍ ໃນຕອນບ່າຍວັນທີ 15 ຕຸລາ ຢູ່ສຳນັກງານລັດຖະບານ ຫວຽດນາມ,
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ ໂປໂລຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ ທ່ານ Mika Tapani Lintila ລັດຖະມົນຕີກະຊວງເສດຖະກິດ ໂປໂລຍ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີຝ່າຍ ໂປໂລຍ ສືບຕໍ່ຄົ້ນຄວ້າໜູນຊ່ວຍບັນດາໂຄງການພັດທະນາພະລັງງານສະອາດທີ່ມີຂອບຂະໜາດນ້ອຍໃຫ້ແກ່ບັນດາຄອບຄົວຢູ່ ຫວຽດນາມ ໂດຍຜ່ານຮູບການຮ່ວມມືແບບຮ່ວມທຸລະກິດສົມທົບກັບການນຳໃຊ້ກອງທຶນໜູນຊ່ວຍພັດທະນາຢ່າງເປັນທາງການ. ໄປຄຽງຄູ່ກັນນັ້ນ, 2 ປະເທດກໍ່ເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນດ້ານເສດຖະກິດ, ການຄ້າ ເພື່ອໃຫ້ວິສາຫະກິດ 2 ຝ່າຍມີໂອກາດເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊອກຫາກາລະໂອກາດດຳເນີນທຸລະກິດ…ສ່ວນທ່ານ Mika Tapani Lintila ລັດຖະມົນຕີກະຊວງເສດຖະກິດ ໂປໂລຍ ໃຫ້ຮູ້ວ່າ: ລັດຖະບານ ໂປໂລຍ ປາດຖະໜາຢາກສ້າງຕັ້ງບັນດາການພົວພັນຄູ່ຮ່ວມມືໃໝ່ລະຫວ່າງວິສາຫະກິດ ແລະ ປະຊາຊົນ 2 ປະເທດຕື່ມອີກ, ກໍ່ຄືເອົາໃຈໃສ່ເຖິງແງ່ຫວັງການພັດທະນາສາຍພົວພັນຮ່ວມມືໃນການພັດທະນາລະບົບຊີວະພາບປ່ຽນແປງໃໝ່ຢ່າງປະດິດສ້າງ ແລະ Starup ກໍ່ຄືເຕັກໂນໂລຊີຂໍ້ມູນຂ່າວສານ, ຕົວເມືອງອັດສະລິຍະ, ພະລັງງານ, ເຕັກໂນໂລຊີສະອາດ ແລະ ການສຶກສາຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ.

ຕອບກັບ