ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມໂຮງໝໍຕາສູນກາງ

Chia sẻ
(vovworld) - ​ ​ຕອນ​ບ່າຍ​ວັນ​ທີ 01/07, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ, ພາລະ​ກອນ​ໂຮງໝໍຕາ​ສູນ​ກາງ.
ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມໂຮງໝໍຕາສູນກາງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ
ຢ້ຽມຢາມ​ໂຮງໝໍ​ຕາ​ສູນ​ກາງ
(ພາບ: cpv.org.vn)


(vovworld) - ​ ​ຕອນ​ບ່າຍ​ວັນ​ທີ 01/07, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ, ພາລະ​ກອນ​ໂຮງໝໍຕາ​ສູນ​ກາງ. ​​ເພື່ອໂອ້​ສົມ​ກັບ​ທ່ານໝໍ, ພາລະ​ກອນຢູ່ໂຮງໝໍ​ຕາ​ສູນ​ກາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຊີ້​​ແຈ້ງວ່າ: ໂຮງໝໍ​ຕາ​ສູນ​ກາງ​ແມ່ນ​ຫົວໜ່ວຍສະ​ເພາະ​ຂະ​ແໜງ​ແກ່ນສານ​ໃນ​ວຽກ​ງານ​ຕ້ານ​ຕາ​ບອດ​ຂອງ​ທົ່ວ​ປະ​ເທດ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ວຽກ​ງານ​ເບິ່ງ​ແຍງ, ປິ່ນປົວ​ບັນດາ​ພະຍາດ​ກ່ຽວ​ກັບ​ຕາ ​ໃຫ້​ແກ່​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ ​ໂຮງໝໍ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ຮັກ​ທີ່​ທີ່​ຕັ້ງ​ອັນ​ດັບ​ໜຶ່ງ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການກວດ, ປິ່ນ​ປົ່ວ, ບຳລຸງ​ສ້າງ ​ແລະ ຄົ້ນຄວ້າ​ວິທະຍາສາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທິຽນ​ເຍີນ ສະ​​ເໝີ​ໃຫ້​ການ​ນຳ​ກະຊວງ​ສາທາລະນະ​ສຸກ ​ແລະ ໂຮງໝໍ​ຕາ​ສູນ​ກາງ ກະກຽມ​ແຜນການ​ ​ໂຄງການ​ແຫ່ງ​ຊາດກ່ຽວ​ກັບ​ການ​ຕ້ານ​ຕາ​ບອດຮອດ​ປີ 2020 ຄືນ​ໃໝ່ ​ເພື່ອ​ຮັກສາ​ອັດຕາ​ຄົນຕາບອດ​ໃຫ້​ຕໍ່າ​​ສຸດ, ພິ​ເສດ​ແມ່ນພັດທະນາ​ບັນດາ​ໂຮງ​ໝໍ​ຕາ​ຢູ່ ​63 ​ແຂວງ, ນະຄອນ, ​ແບ່ງ​ເປັນ​ເຂດ​ເພື່ອ​​ແນ​ໃສ່​ຫຼຸດຜ່ອນຈຳນວນ​ຄົນ​​ເຈັບ​ມາ​ປິ່ນປົວ​ຢູ່ໂຮງໝໍ​ຕາ​ສູນ​ກາງລົງ.