ຮັບປະກັນວຽກງານເລືອກຕັ້ງຖືກດຳເນີນໄປຢ່າງເຂັ້ມງວດ,ຖືກຕ້ອງຕາມກົດໝາຍ

Chia sẻ
ວັນ​ທີ 22/4, ຄະນະ​ປະຕິບັດ​ງານ​ໂດຍ​ທ່ານ​ນາງ ດັ້ງ​ທິງ​ອກທີ້ງ, ຮອງ​ປະທານ​ປະ​ເທດ, ຮອງ​ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ຄະນະ​ໄດ້​ດຳ​ເນີນ​ການ​ກວດກາ, ຕິດຕາມ​ກວດກາ​ວຽກ​ງານ​ກະກຽມ​ການ​ເລືອ​ກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14
ຮັບປະກັນວຽກງານເລືອກຕັ້ງຖືກດຳເນີນໄປຢ່າງເຂັ້ມງວດ,ຖືກຕ້ອງຕາມກົດໝາຍ - ảnh 1

(vovworld) – ວັນ​ທີ 22/4, ຄະນະ​ປະຕິບັດ​ງານ​ໂດຍ​ທ່ານ​ນາງ ດັ້ງ​ທິງ​ອກທີ້ງ, ຮອງ​ປະທານ​ປະ​ເທດ, ຮອງ​ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ຄະນະ​ໄດ້​ດຳ​ເນີນ​ການ​ກວດກາ, ຕິດຕາມ​ກວດກາ​ວຽກ​ງານ​ກະກຽມ​ການ​ເລືອ​ກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ, ອາຍຸ​ການ 2016 – 2021 ຢູ່​ແຂວງ ຮ່າ​ນາມ. ນະ​ທີ່​ນີ້, ທ່ານ​ນາງ ດັ້ງ​ທິງ​ອກທິ້ງ ​ໄດ້​ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂອງ​ແຂວງ ຮ່າ​ນາມ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ປະຕິບັດ​ງານ​ສູນ​ກາງ​ໂດຍ​ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ເປັນ​ຫົວໜ້າ​ຄະນະ​ໄດ້​ໄປ​​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ແຂວງ ກາວ​ບັ່ງ ກ່ຽວ​ກັບ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​​ທຸກ​ຂັ້ນ, ອາຍຸ​ການ 2016 – 2021.

        ກໍ່​ໃນ​ວັນ​ທີ 22/4, ຢູ່ ຮ່າ​ໂນ້ຍ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ລາຍການ​ໂອ້​ລົມ​ສົນທະນາ​ກັບຜູ້​ມີ​ສິດ​ເລ​ືອກຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ​ແລະ ສະມາຊິກ​ສະພາ​ປະຊາຊົນ​.