ອາເມລິກາຍົກຍ້າຍທະຫານເຮືອຍົກພົນຂຶ້ນບົກ30.000ຄົນໄປຍັງພາກພື້ນອາຊີ-ປາຊີຟິກ

Chia sẻ
(vovworld) – ​ໃນ​ບາດ​ກ້າວ​ເດີ​ນທີ່​ສ່​ອງ​ແສງ​ຢ່າງ​ຈະ​ແຈ້ງ​ເຖິງແຜນ​ນະ​ໂຍບາຍ​ຍຸດ​ທະ​ສາດຫັນ​ທິດ​ໄປ​ສູ່ພາກ​ພື້ນ​ອາ​ຊີ - ປາຊີ​ຟິກ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບ​ໍດີ​ອາ​ເມ​ລິ​ກາ ​Barack Obama ໄດ້​ຕົກລົງ​ຈະຍົກ​ຍ້າຍ​ທະຫານ 30.000 ຄົນໄປ​ຍັງພາກ​ພື້ນ​ອາ​ຊີ-ປາຊີ​ຟິກ
ອາເມລິກາຍົກຍ້າຍທະຫານເຮືອຍົກພົນຂຶ້ນບົກ30.000ຄົນໄປຍັງພາກພື້ນອາຊີ-ປາຊີຟິກ - ảnh 1
(ພາບປະກອບ)

(vovworld) – ​ໃນ​ບາດ​ກ້າວ​ເດີ​ນທີ່​ສ່​ອງ​ແສງ​ຢ່າງ​ຈະ​ແຈ້ງ​ເຖິງແຜນ​ນະ​ໂຍບາຍ​ຍຸດ​ທະ​ສາດຫັນ​ທິດ​ໄປ​ສູ່ພາກ​ພື້ນ​ອາ​ຊີ - ປາຊີ​ຟິກ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບ​ໍດີ​ອາ​ເມ​ລິ​ກາ ​Barack Obama ໄດ້​ຕົກລົງ​ຈະຍົກ​ຍ້າຍ​ທະຫານ 30.000 ຄົນໄປ​ຍັງພາກ​ພື້ນ​ອາ​ຊີ-ປາຊີ​ຟິກ, ​ຊຶ່ງໄດ້​ຮັບ​ການ​ກຳນົດ​​ແມ່ນອະນາຄົດແຫ່ງ​ວັດທະນາ​ຖາວອນ​ດ້ານ​ເສດຖະກິດ ​ແລະ ຄວາມ​ໝັ້ນຄົງຂອງ​ອາ​ເມ​ລິ​ກາ ​ໃນ​ສະຕະວັດ​ທີ 21. ທະຫານ​ເຮືອ​ຍົກ​ພົນ​ຂຶ້ນ​ບົກອາ​ເມ​ລິ​ກາ ຈຳນວນ 30.000 ​ຄົນ, ຊຶ່ງ​ແມ່ນກຳລັງ​ຫຼວງຂອງ​ອາ​ເມລິ​ກາ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ໃນ​ກໍລະນີ​ສູ້​ຮົບ​ໂດຍບັງ​ເອີນ ຢູ່​ລັດ Hawaii ​ແລະ ​ສະຖານ​ທີ່​ແຫ່ງຕ່າງໆຢູ່ພາກ​ພື້ນ​ອາ​ຊີ - ປາຊີ​ຟິກ. ​ເປົ້າ​ໝາຍຂອງ​ການຈັດ​ແບ່ງ​ກຳລັງ​ທະຫານ​ນີ້​ຄືນ​ໃໝ່ ​ແມ່ນ​ເພື່ອ​ຈຳກັດເວລາ​​ໃຫ້​ກອງທັບ​ອາ​ເມ​ລິ​ກາ ​ເມື່ອຮັບ​ມື​ກັບ​ບັນດາ​ສະພາບ​ການ​ສູ້​ຮົບໂດ​ຍ​​ບັງ​ເອີນ​ຢູ່​ພາກ​ພື້ນ.