ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຢັ້ງ​ຢືນ​ການ​ພົວ​ພັນ​ສຳ​ພັນ​ທະ​ມິດ, ຮ່ວມ​ມື​ໃນຫຼາຍ​ບັນ​ຫາ​ຢູ່​ພາກ​ພື້ນ ແລະ ທົ່ວ​ໂລກ

Chia sẻ
(VOVWORLD) -ກ່າວຄຳເຫັນທີ່ການຖະແຫຼງຂ່າວລວມ ພາຍຫຼັງການເຈລະຈາ, ທ່ານ ປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ອາເມລິກາ ແລະ ຍີ່ປຸ່ນ ຈະຮ່ວມລົງທຶນເຂົ້າບັນດາຂົງເຂດຄື ເຄືອຂ່າຍ 5G, ພູມປັນຍາທຽມ…
ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຢັ້ງ​ຢືນ​ການ​ພົວ​ພັນ​ສຳ​ພັນ​ທະ​ມິດ, ຮ່ວມ​ມື​ໃນຫຼາຍ​ບັນ​ຫາ​ຢູ່​ພາກ​ພື້ນ ແລະ ທົ່ວ​ໂລກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide 
(ພາບ: AFP/TTXVN)

        ຕອນເຊົ້າວັນທີ 17 ເມສາ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ມີການເຈລະຈາຢູ່ທຳນຽບຂາວ. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດ ຂອງ ການນຳສອງທ່ານ ແລະ ເປັນຄັ້ງທຳອິດ ທີ່ທ່ານປະທານາທິບໍດີ Joe Biden ໃຫ້ການຕ້ອນຮັບການນຳຕ່າງປະເທດ ນັບແຕ່ເວລາ ທ່ານດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ. ກ່າວຄຳເຫັນທີ່ການຖະແຫຼງຂ່າວລວມ ພາຍຫຼັງການເຈລະຈາ, ທ່ານ ປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ອາເມລິກາ ແລະ ຍີ່ປຸ່ນ ຈະຮ່ວມລົງທຶນເຂົ້າບັນດາຂົງເຂດຄື ເຄືອຂ່າຍ 5G, ພູມປັນຍາທຽມ…

        ການນຳສອງທ່ານກໍ່ໄດ້ເຕື້ອງເຖິງບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ ຄື ການເຄື່ອນໄຫວຂອງ ຈີນ ທີ່ພວມເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ, ສະພາບການໃນແຫຼມເກົາຫຼີ. ທ່ານປະທານາທິບໍດີ Joe Biden ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບການປົກປ້ອງໝູ່ເກາະ Senkaku ຂອງ ຍີ່ປຸ່ນ ຢູ່ທະເລຮວາຕຸງ ເຊິ່ງ ຈີນກໍ່ຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ໝູ່ເກາະ ຕຽວອີ. ທ່ານນາຍົກລັດຖະມົນຕີ Suga ເນັ້ນໜັກວ່າ: ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບຄັດຄ້ານທຸກຄວາມມານະພະຍາຍາມ ເຊິ່ງເຮັດໃຫ້ປ່ຽນແປງສະພາບການໂດຍການນຳໃຊ້ອາວຸດ ຫຼື ການກະທຳບັງຄັບຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ.

ຕອບກັບ