ອາເມລິກາ ແລະ ຈີນ ສືບຕໍ່ເຈລະຈາແກ້ໄຂການຂັດແຍ້ງດ້ານການຄ້າ

Chia sẻ
(VOVWORLD) - ທີ່ປຶກສາດ້ານເສດຖະກິດແຖວໜ້າທຳນຽບຂາວ, ທ່ານ Larry Kudlow ໄດ້ປະກາດວ່າ:
ອາເມລິກາ ແລະ ຈີນ ສືບຕໍ່ເຈລະຈາແກ້ໄຂການຂັດແຍ້ງດ້ານການຄ້າ - ảnh 1 ທີ່ປຶກສາດ້ານເສດຖະກິດແຖວໜ້າທຳນຽບຂາວ, ທ່ານ Larry Kudlow (ພາບ:AFP/TTXVN)

ອາເມລິກາ ແລະ ຈີນ ໄດ້ເຊື່ອມຕໍ່ບັນດາການຜ່ອນສັ້ນຜ່ອນຍາວດ້ານການຄ້າຄືນໃໝ່ ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ການຂັດແຍ້ງດ້ານການຄ້າລະຫວ່າງ 2 ປະເທດ. ວັນທີ 07 ກັນຍາ, ທ່ານ Kudlow ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ 2 ປະເທດພວມສືບຕໍ່ເຈລະຈາ, ພ້ອມທັງ ສະແດງຄວາມຫວັງວ່າ ວໍຊິງຕັນ ແລະ ປັກກິງ ສາມາດຊອກຫາໄດ້ມາດຕະການແກ້ໄຂ

ຢ່າງວ່ອງໄວ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ວ່າ ຈະຈັດວາງອັດຕາພາສີສຳລັບສິນຄ້ານຳເຂົ້າ ອາເມລິກາ ທຸກປະເພດຈາກ ຈີນ ເຊິ່ງແມ່ນການກະທຳອາດຈະເຮັດໃຫ້ຄວາມເຄັ່ງຕຶງກັບ ຈີນ ປີນຂັ້ນໄດ.

ຕອບກັບ