ອາ​ເມ​ລິ​ກາ ຫວັງ​ວ່າ ສ​ປ​ປ.ເກົາຫຼີ ​ຈະມີ​ປະ​ຕິ​ກິ​ລິ​ຍາ​ທີ່​ຕັ້ງ​ໜ້າ​ຕໍ່​ຂໍ້​ສະ​ເໜີ​ເຈ​ລະ​ຈາ

Chia sẻ
(VOVWORLD) -ອາເມລິກາ ພ້ອມແລ້ວທີ່ຈະພົບປະກັບ ສປປ.ເກົາຫຼີ ໂດຍບໍ່ມີເງື່ອນໄຂ ພ້ອມທັງສະແດງຄວາມຫວັງວ່າ ສປປ.ເກົາຫຼີ ຈະມີປະຕິກິລິຍາທີ່ຕັ້ງໜ້າຕໍ່ການເຄື່ອນໄຫວເຈລະຈາຂອງ ອາເມລິກາ.
ອາ​ເມ​ລິ​ກາ ຫວັງ​ວ່າ ສ​ປ​ປ.ເກົາຫຼີ ​ຈະມີ​ປະ​ຕິ​ກິ​ລິ​ຍາ​ທີ່​ຕັ້ງ​ໜ້າ​ຕໍ່​ຂໍ້​ສະ​ເໜີ​ເຈ​ລະ​ຈາ - ảnh 1ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ  (ພາບ: Reuters)

ກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວໃນວັນທີ 28 ທັນວາ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະພົບປະກັບ ສປປ.ເກົາຫຼີ ໂດຍບໍ່ມີເງື່ອນໄຂ ພ້ອມທັງສະແດງຄວາມຫວັງວ່າ ສປປ.ເກົາຫຼີ ຈະມີປະຕິກິລິຍາທີ່ຕັ້ງໜ້າຕໍ່ການເຄື່ອນໄຫວເຈລະຈາຂອງ ອາເມລິກາ.

        ທ່ານ Ned Price ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນສະພາບການທີ່ນັບມື້ນັບມີຫຼາຍທັດສະນະໂດຍຖືວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ອາດຈະກັບຄືນສູ່ວິທີສຳຜັດ “ຍຸດທະສາດອົດທົນ” ຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama ໃນເມື່ອກ່ອນ. ທ່ານ Ned Price ຊີ້ແຈ້ງວ່າ ອາເມລິກາ ຈະສືບຕໍ່ປຶກສາຄຳເຫັນກັບບັນດາປະເທດພັນທະມິດ ເຊິ່ງລວມມີ ສ.ເກົາຫຼີ, ຍີ່ປຸ່ນ ແລະ ຄູ່ຮ່ວມມືອື່ນ ກ່ຽວກັບວິທີເຂົ້າຫາ ພຽງຢາງ ໃຫ້ແໜ້ນແຟ້ນກວ່າອີກ.

        ປັດຈຸບັນ, ສປປ.ເກົາຫຼີ ຍັງບໍ່ທັນສະແດງປະຕິກິລິຍາໃດຕໍ່ຄຳຖະແຫຼງຂອງ ອາເມລິກາ ນັບແຕ່ທ່ານປະທານາທິບໍດີ Joe Biden ເຂົ້າດຳລົງຕຳແໜ່ງແຕ່ເດືອນ ມັງກອນ 2021. ສປປ.ເກົາຫຼີ ກໍບໍ່ເຂົ້າຮ່ວມບໍ່ວ່າການເຈລະຈາປອດນິວເຄຼຍໃດໆນັບແຕ່ປີ 2019 ມານີ້.


ຕອບກັບ