ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນກົດ​ແຫ່ງ​ການ​ປະ​ພຶດ COC ທີ່ມີ​ລັກ​ສະ​ນະ​ຜູກ​ມັດ​​ທາ​ງດ້ານນິ​ຕິ​ກຳ

Chia sẻ
(VOVWORLD) - ວໍຊິງຕັນ ສະໜັບສະໜູນ ອາຊຽນ ແລະ ຈີນ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີລັກສະນະຜູກມັດທາງດ້ານນິຕິກຳ ແລະ ເໝາະສົມກັບກົດໝາຍສາກົນ. 
ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນກົດ​ແຫ່ງ​ການ​ປະ​ພຶດ COC ທີ່ມີ​ລັກ​ສະ​ນະ​ຜູກ​ມັດ​​ທາ​ງດ້ານນິ​ຕິ​ກຳ - ảnh 1ທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບ ອາຊີຕາເວັນອອກ - ປາຊີຟິກ Daniel Kritenbrink (ພາບ: baoquocte.vn)

ວັນທີ 8 ມີນາ, ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບ ອາຊີຕາເວັນອອກ - ປາຊີຟິກ  ຢັ້ງຢືນວ່າ ວໍຊິງຕັນ ສະໜັບສະໜູນ ອາຊຽນ ແລະ ຈີນ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີລັກສະນະຜູກມັດທາງດ້ານນິຕິກຳ ແລະ ເໝາະສົມກັບກົດໝາຍສາກົນ. ທ່ານ Daniel Kritenbrink ເນັ້ນໜັກວ່າ ວໍຊິງຕັນ ສະໜັບສະໜູນສິດເສລີໃນການເດີນເຮືອ ແລະ ການບິນ, ການຄ້າ ສອດຄ່ອງກັບກົດໝາຍສາກົນ ແລະ ແກ້ໄຂການຄັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ.

        ທ່ານ Daniel Kritenbrink ກໍເນັ້ນໜັກວ່າ ການຮຽກສິດຂອງບັນດາປະເທດຢູ່ທະເລຕາເວັນອອກ ຕ້ອງອີງໃສ່ກົດໝາຍສາກົນ. ຕາມທ່ານ Kritenbrink ແລ້ວ, ອາເມລິກາ ໄດ້ມີການປຶກສາຫາລືຢ່າງກົງໄປກົງມາ ແລະ ສະເໜີທັດສະນະຕ່າງໆຢ່າງຈະແຈ້ງໃນກອງປະຊຸມເຈລະຈາລະຫວ່າງ ອາເມລິກາ - ອາຊຽນ ຄັ້ງທີ 35 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ໃນວັນທີ 7 – 8 ມີນາ ຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ ອິນໂດເນເຊຍ.

ຕອບກັບ