ອ​າ​ເມ​ລິ​ກາ ສະ​ເໜີ​ໃຫ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ໂດຍ​ກົງ​ຄັ້ງ​ທຳ​ອິດ​ຂອງ​ກຸ່ມ 4 ປະ​ເທດ Quad

Chia sẻ
(VOVWORLD) -ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ສະເໜີໃຫ້ຈັດກອງປະຊຸມສຸດຍອດໂດຍກົງຄັ້ງທຳອິດຂອງກຸ່ມ 4 ປະເທດ Quad ເຊິ່ງລວມມີ ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ ແລະ ອິນເດຍ - ຢູ່ນະຄອນຫຼວງ ວໍຊິງຕັນ ໃນທ້າຍເດືອນກັນຍາ ຈະມາເຖິງ.
ອ​າ​ເມ​ລິ​ກາ ສະ​ເໜີ​ໃຫ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ໂດຍ​ກົງ​ຄັ້ງ​ທຳ​ອິດ​ຂອງ​ກຸ່ມ 4 ປະ​ເທດ Quad - ảnh 1ການນຳກຸ່ມ 4 ປະເທດ Quad (ພາບ: PTI)

   ສຳນັກຂ່າວສານ Kyodo (ຍີ່ປຸ່ນ) ໄດ້ຄັດສະເໜີບັນດາແຫຼ່ງຂ່າວທາງການທູດໃນວັນທີ 18 ກໍລະກົດ ໂດຍໄດ້ໃຫ້ຂ່າວວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ສະເໜີໃຫ້ຈັດກອງປະຊຸມສຸດຍອດໂດຍກົງຄັ້ງທຳອິດຂອງກຸ່ມ 4 ປະເທດ Quad ເຊິ່ງລວມມີ ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ ແລະ ອິນເດຍ - ຢູ່ນະຄອນຫຼວງ ວໍຊິງຕັນ ໃນທ້າຍເດືອນກັນຍາ ຈະມາເຖິງ. ກອງປະຊຸມໂດຍກົງຄັ້ງນີ້ ຈະຖືກດຳເນີນພາຍຫຼັງກອງປະຊຸມສຸດຍອດຄັ້ງທຳອິດຂອງກຸ່ມ Quad ເຊິ່ງຖືກຈັດຂຶ້ນແບບທາງໄກເມື່ອເດືອນມີນາ 2021. ກອງປະຊຸມສຸດຍອດທີ່ໃກ້ຈະດຳເນີນນີ້ ຈະຊ່ວຍປັບປຸງຄວາມສາມັກຄີຂອງ 4 ປະເທດ ໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ຕອບກັບ