ອາ​ເມ​ລິ​ກາ ປະ​ຕິ​ເສດ​ຮ່າງ​ມະ​ຕິ​ສະ​ໜັບ​ສະ​ໜູນ ປາ​ແລັດ​ສະ​ຕິນ ​ເຂົ້າ​ເປັນ​ສະ​ມາ​ຊິກ ສ​ປ​ຊ

Chia sẻ
(VOVWORLD) - ວັນທີ 18 ເມສາ ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເປັນກຸ່ມ ເພື່ອປ່ອນບັດເລືອກຕັ້ງ ກ່ຽວກັບຂໍ້ກຳນົດ ສະມາຊິກ ທາງການ ສຳລັບ ປາແລັດສະຕິນ.

ອາ​ເມ​ລິ​ກາ ປະ​ຕິ​ເສດ​ຮ່າງ​ມະ​ຕິ​ສະ​ໜັບ​ສະ​ໜູນ ປາ​ແລັດ​ສະ​ຕິນ ​ເຂົ້າ​ເປັນ​ສະ​ມາ​ຊິກ ສ​ປ​ຊ - ảnh 1ທ່ານ Robert Wood ຮອງຜູ້ຕາງໜ້າ ອາເມລິກາ ປະຈຳ ສປຊ  ຢັບຢັ້ງຮ່າງມະຕິຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: THX/TTXVN)

ໝາກຜົນໃຫ້ເຫັນວ່າ  ມີບັດສະໜັບສະໜູນ 12 ບັດ, ບັດຂາວ 2 ບັດ ແລະ ບັດຄ້ານ 1 ບັດຂອງອາເມລິກາ. ສຳລັບບັດຢັບຢັ້ງຂອງປະເທດອເມລິກາ ກຳມະການຖາວອນ, ສະພາຄວາມໝັ້ນຄົງ ສປຊ ບໍ່ສາມາດຮັບຮອງເອົາຮ່າງມະຕິດັ່ງກ່າວໄດ້ ເພື່ອແນໃສ່ສະເໜີແນະໃຫ້ສະມັດຊາໃຫຍ່ ສປຊ ຈັດກອງປະຊຸມຄົບຄະນະ ເພື່ອປ່ອນບັດກ່ຽວກັບຂໍ້ສະເໜີຍົກຖານະນັກສັງເກດການຂອງ ປາແລດສະຕິນ ກາຍເປັນສະມາຊິກທາງການຂອງອົງການ ນີ້.

ພາຍຫຼັງປະກາດໝາກຜົນການປ່ອນບັດ, ຜູ້ຕາງໜ້າຝ່າຍ ປາແລັດສະຕິນ ໄດ້ຕຳໜິຕິຕຽນ ການຢັບຢັ້ງຂອງ ອາເມລິກາ. ສ່ວນທ່ານເອກອັກຄະລັດຖະທູດ Vassily Nebenzia ຫົວໜ້າຄະນະຜູ້ຕາງໜ້າ ສະຫະພັນ ລັດເຊຍ ປະຈຳ ສປຊ ໄດ້ປະກາດວ່າ ມີປະຊາຄົມສາກົນໃນປັດຈຸບັນເປັນສ່ວນຫຼາຍ ລ້ວນແຕ່ສະໜັບສະໜູນ ປາແລັດສະຕິນເຂົ້າເປັນສະມາຊິກທາງການຂອງ ສປຊ ແລະ ບັດຢັບຢັ້ງຂອງ ອາເມລິກາ ມີແຕ່ເຮັດໃຫ້ປະເທດນີ້ຕົກຢູ່ສະພາບການ ໂດດດ່ຽວ ຕື່ມອີກ. ຕາມທ່ານແລ້ວ, ນີ້ກໍ່ແມ່ນຄັ້ງທີ 5 ທີ່ອາເມລິກາ ປະຕິເສດ ຮ່າງມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ນັບແຕ່ເວລາ ການປະທະກັນຄັ້ງຫຼ້າສຸດທີ່ເກີດຂຶ້ນຢູ່ ເຂດກາຊາ.

ຕອບກັບ