ອາເມລິກາ ປະກາດບ້ວງເງິນໜູນຊ່ວຍດ້ານປ້ອງກັນຄວາມສະຫງົບທີ່ມີມູນຄ່າ 6 ຕື້ໂດລາສະຫະລັດໃຫ້ແກ່ຢູແກຼນ

Chia sẻ
(VOVWORLD) - ອາເມລິກາ ແມ່ນປະເທດໜູນຊ່ວຍດ້ານການທະຫານຕົ້ນຕໍ່ໃຫ້ແກ່ ຢູແກຼນ ແຕ່ໃນປີ 2023, ບ້ວງເງິນໜູນຊ່ວຍນີ້ມີມູນຄ່າພຽງ 10 ຕື້ໂດລາສະຫະລັດເທົ່ານັ້ນ; ຈາກຕົ້ນປີ 2024 ນີ້, ອາເມລິກາ ຈຶ່ງໄດ້ໜູນຊ່ວຍໃຫ້ ຢູແກຼນ ຈຳນວນເງິນ 300 ລ້ານໂດລາສະຫະລັດ ໃນເດືອນ ມີນາ ຜ່ານມາ.

ວັນທີ 26 ເມສາ, ທ່ານ Lloyd Austin, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ປະກາດບ້ວງເງິນໜູນຊ່ວຍດ້ານປ້ອງກັນຄວາມສະຫງົບບ້ວງທີ 2 ສຳລັບ ຢູແກຼນ ໃນບ້ວງເງິນຊ່ວຍເຫຼືອທັງໝົດລວມມູນຄ່າ 61 ຕື້ໂດລາສະຫະລັດ ທີ່ສະພາແຫ່ງຊາດ ອາເມລິກາ ຫາກໍ່ຮັບຮອງເອົາ ແລະ ທ່ານ Joe Biden, ປະທານາທິບໍດີ ອາເມລິກາ ເຊັ່ນປະກາດໃຊ້. ບ້ວງເງິນໜູນຊ່ວຍໃໝ່ ມີມູນຄ່າ 6 ຕື້ໂດລາສະຫະລັດ, ລວມມີເລື່ອງສະໜອງບັນດພາຫະນະອຸປະກອນປ້ອງກັນອາກາດ ແລະ ລູກປື່ນໃຫຍ່ ໃຫ້ແກ່ ຢູແກຼນ. ຈຳນວນພາຫະນະອຸປະກອນເຫຼົ່ານີ້ຈະໄດ້ຊື້ຈາກແຫຼ່ງງົບປະມານຂອງກະຊວງປ້ອງກັນປະເທດ.

        ອາເມລິກາ ແມ່ນປະເທດໜູນຊ່ວຍດ້ານການທະຫານຕົ້ນຕໍ່ໃຫ້ແກ່ ຢູແກຼນ ແຕ່ໃນປີ 2023, ບ້ວງເງິນໜູນຊ່ວຍນີ້ມີມູນຄ່າພຽງ 10 ຕື້ໂດລາສະຫະລັດເທົ່ານັ້ນ; ຈາກຕົ້ນປີ 2024 ນີ້, ອາເມລິກາ ຈຶ່ງໄດ້ໜູນຊ່ວຍໃຫ້ ຢູແກຼນ ຈຳນວນເງິນ 300 ລ້ານໂດລາສະຫະລັດ ໃນເດືອນ ມີນາ ຜ່ານມາ. ດັ່ງນັ້ນ, ຕໍ່ໜ້າບັນດາການຜັນແປດ້ານການເມືອງທີ່ບໍ່ມີຜົນປະໂຫຍດໃນໄລຍະມໍ່ໆມານີ້, ຢູແກຼນ ໄດ້ຊຸກຍູ້ບັນດາປະເທດພັນທະມິດຝ່າຍຕາເວັນຕົກ ເພີ່ມທະວີການໜູນຊ່ວຍດ້ານອາວຸດປ້ອງກັນອາກາດໃຫ້ແກ່ປະເທດນີ້. ນອກຈາກບ້ວງເງິນຊ່ວຍເຫຼືອລວມມູນຄ່າ 61 ຕື້ໂດລາສະຫະລັດ ຂອງອາເມລິກາ ທີ່ຫາກໍ່ໄດ້ປະກາດນັ້ນ, ບາງປະເທດອື່ນ, ໃນນັ້ນ ມີ ຝລັ່ງ ແລະ ເຢຍລະມັນ, ກໍ່ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອໃຫ້ແກ່ ຢູແກຼນ, ໃນນັ້ນມີທັງລະບົບປ້ອງກັນອາກາດທີ່ກ້າວໜ້າ Patriot ແລະ NASAMS.

ຕອບກັບ