ອາເມລິກາ ຍັງຄົງຮັກສາການລົງໂທດ ໄປພ້ອມໆກັບການເຊື່ອມຕໍ່ການເຈລະຈານິວເຄຼຍກັບ ສປປ.ເກົາຫຼີຄືນໃໝ່

Chia sẻ
(VOVWORLD) -    ວັນທີ 17 ກັນຍາ, ທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ຖະແຫຼງວ່າ ອໍານາດການປົກຄອງ ອາເມລິກາ ພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈານິວເຄຼຍ ກັບ ສປປ.ເກົາຫຼີ, ແຕ່ຍັງຄົງສືບຕໍ່ຮັກສາບັນດາຄໍາສັ່ງລົງໂທດສໍາລັບ ພຽງຢາງ ຄື ປັດຈຸບັນ.
ອາເມລິກາ ຍັງຄົງຮັກສາການລົງໂທດ ໄປພ້ອມໆກັບການເຊື່ອມຕໍ່ການເຈລະຈານິວເຄຼຍກັບ ສປປ.ເກົາຫຼີຄືນໃໝ່ - ảnh 1ທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ (ພາບ: AFP/ TTXVN)

        ທ່ານ David Stilwell ໃຫ້ຮູ້ວ່າ ອາເມລິກາ ພວມກະກຽມຍົກອອກຂໍ້ລິເລີ່ມ ເພື່ອຊຸກຍູ້ການເຈລະຈາມຸ່ງໄປເຖິງບັນດາເປົ້າໝາຍ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong Un ໄດ້ວາງອອກໃນການພົບປະຂັ້ນສຸດຍອດຄັ້ງທໍາອິດລະຫວ່າງສອງການນໍາຢູ່ ສິງກະໂປ ເມື່ອເດືອນ ມິຖຸນາ 2018. ນອກຈາກນັ້ນ, ສອງຝ່າຍ ກໍກະກຽມເລີ່ມດໍາເນີນບັນດາການເຈລະຈາຂັ້ນວິຊາການ ເພື່ອປຶກສາຫາລືກ່ຽວກັບເລື່ອງສ້າງຄວາມຄືບໜ້າທີ່ດີ ສໍາລັບບັນດາເປົ້າໝາຍນີ້ຄືແນວໃດ, ລະອຽດແມ່ນການສ້າງແຫຼມເກົາຫຼີໃຫ້ ປອດນິວເຄຼຍ.

        ທ່ານ David Stilwell ອີກຄັ້ງໜຶ່ງ ໄດ້ຢັ້ງຢືນວ່າ ອາເມລິກາ ຈະຊອກຫາວິທີສ້າງແຫຼມເກົາຫຼີປອດນິວເຄຼຍຢ່າງສິ້ນເຊີງ ກໍ່ຕໍ່ເມື່ອ ສປປ.ເກົາຫຼີ ຊຸກຍູ້ບັນດາຄໍາຮຽກຮ້ອງກ່ຽວກັບການຜ່ອນຜັນມາດຕະການລົງໂທດກໍຄືການຮັບປະກັນຄວາມໝັ້ນຄົງ.


ຕອບກັບ