ອາເມລິກາ ຈະຮ່ວມມືກັບສປປ.ເກົາຫຼີ ຖ້າຫາກປະເທດນີປ່ຽນແປງນະໂຍບາຍ

Chia sẻ
ຖ້າ​ຫາກ​ສປປ.​ເກົາຫຼີ ປ່ຽນ​ແປງ​ນະ​ໂຍບາຍ​ໃນປະຈຸ​ບັນ,ຖຶບັນຫາ​ປະຊາ​ຊາດເປັນ​ບຸລິ​ມະ​ສິດ​ອັນ​ດັນ​ໜື່ງ, ພ້ອມ​ທັງເຄົາລົບ​ນັງຖຶບັນດາ​ຄຳ​ໝັ້ນ​ສັນຍາທີ່ປະ​ເທດ​ນີ້​ຍົກ​ອອກມາ ອາ​ເມ​ລິ​ກາ ຈະຊົມ​ເຊີຍ ​ແລະ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບສປປ.​ເກົາ​ຫຼີ.
ອາເມລິກາ ຈະຮ່ວມມືກັບສປປ.ເກົາຫຼີ ຖ້າຫາກປະເທດນີປ່ຽນແປງນະໂຍບາຍ - ảnh 1
ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ Hillary Clinton
( ພາບ: AFP )


( vovworld ) –   ຖ້າ​ຫາກ​ສປປ.​ເກົາຫຼີ ປ່ຽນ​ແປງ​ນະ​ໂຍບາຍ​ໃນປະຈຸ​ບັນ,ຖຶບັນຫາ​ປະຊາ​ຊາດເປັນ​ບຸລິ​ມະ​ສິດ​ອັນ​ດັນ​ໜື່ງ, ພ້ອມ​ທັງເຄົາລົບ​ນັງຖຶບັນດາ​ຄຳ​ໝັ້ນ​ສັນຍາທີ່ປະ​ເທດ​ນີ້​ຍົກ​ອອກມາ, ​ເຊື່ອມ​ໂຍງ​ເຂົ້າກັບ​ວົງ​ຄະນະ​ຍາດ​ສາກົນ​ຄືນ​ໃໝ່, ອາ​ເມ​ລິ​ກາ ຈະຊົມ​ເຊີຍ ​ແລະ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບສປປ.​ເກົາ​ຫຼີ. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ Hillary Clinton ທີ່​ວາລະ​ອັດ​ການ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ​ອາ​ເມ​ລິ​ກາ - ຈີນ ຄັ້ງ​ທີ 4 ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ ​ເມື່ອ​ວັນ​ທີ 4/5.​ ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ Clinton ກໍ​ຕີ​ລາຄາ​ສູງ​ຄວາມ​ມາ​ນາ​ພະຍາຍາມ​ຂອງ​ຈີນ ​ໃນ​ການ​ແກ້​ໄຂ​​ບັນ​ກາ​ນິວ​ເຄຼຍ. ​ກ່ຽວ​ກັບ​ຂໍ້​ມູນຂ່າວ​ທີ່​ຖື​ວ່າ ສປປ.​ເກົາຫຼີ ​ພວມກະ​ກຽມ​ໂທດ​ລອງ​ອາວຸດ​ນິວ​ເຄຼຍ​​ຄັ້ງ​ທີ 3, ​ວັນ​ທີ 4/5 ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ໃຫ້​ຮູ້​ວ່າ ປະຈຸ​ບັນ​ລັດ​ເຊຍຍັງ​ບໍ່​ທັນ​ຂໍ້​ມູນ​ຂ່າວ​ໃດໆ​ກ່ຽວ​ກັບ​ເລື່ອງ​ນີ້. ກ່ອນ​ໜ້າ​ນັ້ນ, ຫົວໜ້າຄະນະ​ເຈລະຈາ 6 ຝ່າຍ​ຂອງ​ຈີນ ທ່ານ ຫວູໃຕ້​​ເຫີ່​ວຍ ກໍ​​ໄດ້ຖະ​ແຫຼ​ງວ່າ​ຍັງ​ບໍ່​ທັນ​ມີ​ຫຼັກ​ຖານ​ໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ ພຽງ​ຢາງ ພວມ​ກະກຽມ​ໂທດ​ລອງ​ອາວຸດ​ນິວ​ເຄຼຍຄັງ​ທີ່ 3.