ອາເມລິກາ - ຈີນ ສ້າງແຜນການເຈລະຈາທຳອິດນັບແຕ່ພາຍຫລັງຂໍ້ຕົກລົງຢຸດຕິຄົງຄາມການຄ້າ

Chia sẻ
(VOVWORLD) - ວັນທີ 04 ມັງກອນ, ແຈ້ງການຂອງກະຊວງການຄ້າ ຈີນ ໃຫ້ຮູ້ວ່າ: ປະເທດນີ້ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຈະສ້າງແຜນການຈັດຕັ້ງບັນດາການເຈລະຈາດ້ານການຄ້າຂັ້ນຮອງລັດຖະມົນຕີໃນວັນທີ 07 – 08 ມັງກອນ ຈະມາເຖິງ. 
ອາເມລິກາ - ຈີນ ສ້າງແຜນການເຈລະຈາທຳອິດນັບແຕ່ພາຍຫລັງຂໍ້ຕົກລົງຢຸດຕິຄົງຄາມການຄ້າ - ảnh 1 (ພາບປະກອບ/Getty Images/TTXVN )

ນີ້ຈະແມ່ນການເຈລະຈາໂດຍກົງຄັ້ງທຳອິດນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ບັນລຸໄດ້ຂໍ້ຕົກລົງ “ຢຸດຕິສົງຄາມການຄ້າ” ໃນວັນທີ 1 ທັນວາ 2018. ແຈ້ງການໃຫ້ຮູ້ວ່າ: ຄະນະປະຕິບັດງານ ອາເມລິກາ ໂດຍທ່ານ Jeffrey Gerrish ຮອງຜູ້ຕາງໜ້າດ້ານການຄ້າ ຈະນຳໜ້າໄປຍັງປະເທດ ຈີນ ໃນອາທິດໜ້າ, ເພື່ອປຶກສາຫາລື “ການປະຕິບັດຂໍ້ຕົກລົງສຳຄັນ” ເຊິ່ງການນຳ 2 ທ່ານບັນລຸໄດ້ໃນການພົບປະ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນໃຫຍ່ສຸດໃນໂລກ (G20) ຢູ່ປະເທດ ອາກຊັງຕີນ ໃນທ້າຍປີ 2018.

 

ຕອບກັບ