ອາເມລິກາ - ຈີນ ຍັງບໍ່ທັນຊອກຫາໄດ້ທັດສະນະລວມໃນບັນຫາການຄ້າ

Chia sẻ

(VOVWORLD) -ບັນດາເຈົ້າໜ້າທີ່ອາເມລິກາ ແລະ ຈີນ ໄດ້ສິ້ນສຸດຮອບເຈລະຈາຄັ້ງໃໝ່ ກ່ຽວກັບບັນຫາການຄ້າ ໃນລະຫວ່າງວັນທີ 22 – 23 ສິງຫາ ເຊິ່ງຍັງບໍ່ທັນບັນລຸໄດ້ໝາກຜົນບຸກທະລຸໃດເທື່ອ. ໃນຂະນະນັ້ນ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງຝ່າຍຍັງສືບຕໍ່ປິນຂັ້ນໄດ ພາຍຫຼັງສອງປະເທດຈັດວາງອັດຕາເສຍພາສີນໍາເຂົ້າ 25% ສໍາລັບສິນຄ້າຂອງແຕ່ລະຝ່າຍທີ່ມີມູນຄ່າ 16 ຕື້ USD.

ອາເມລິກາ - ຈີນ ຍັງບໍ່ທັນຊອກຫາໄດ້ທັດສະນະລວມໃນບັນຫາການຄ້າ - ảnh 1(ພາບປະກອບ: CNN Money) 

ໃນການຖະແຫຼງໜຶ່ງ, ທ່ານນາງ Lindsay Walters ໂຄສົກທໍານຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ອາເມລິກາ - ຈີນ ໄດ້ສິ້ນສຸດ ການເຈລະຈາ ແລະ ແລກປ່ຽນທັດສະນະ ກ່ຽວກັບຮູບແບບ ເປັນເວລາສອງວັນ ເພື່ອບັນລຸໄດ້ຄວາມກົງໄປກົງມາ, ດຸ່ນດຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໃນການພົວພັນດ້ານເສດຖະກິດ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບການແກ້ໄຂບັນດາບັນຫາທີ່ມີລັກສະນະໂຄງສ້າງຢູ່ຈີນ, ໃນນັ້ນ ມີບັນດານະໂຍບາຍຖ່າຍທອດເຕັກໂນໂລຢີ ແລະ ຊັບສິນທາງປັນຍາ. ທ່ານນາງ Walters ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ອາເມລິກາ ເຂົ້າຮ່ວມການເຈລະຈາ ຈະມີການລາຍງານເປັນລະອຽດຕໍ່ຜູ້ນໍາໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບການເຈລະຈາດັ່ງກ່າວ

ຕອບກັບ