ອາ​ເມ​ລິ​ກາ ຄັດຄ້ານ​ການ​ຮຽກສິດ​ອະທິປະ​ໄຕ​ຢ່າງ​ຜິດ​ກົດໝາຍຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) -    ໃນຈົດໝາຍຝາກເຖິງທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃນວັນທີ 01 ມິຖຸນາ, ທ່ານນາງ Kelly Craft, ເອກອັກຄະລັດຖະທູດ ອາເມລິກາ  ປະຈໍາ ສປຊ ໄດ້ເຕື້ອງເຖິງຈົດໝາຍທາງການຂອງ ຈີນ ໃນວັນທີ 12 ທັນວາ ປີ 2019 ເພື່ອແນໃສ່່ຄັດຄ້ານເລື່ອງ ມາເລເຊຍ ໄດ້ຍື່ນເອກະສານສະເໜີຕໍ່ ຄະນະກໍາມະການ ກໍານົດເຂດໄຫຼ່ທະວີບ ຂອງ ສປຊ ໃນວັນດຽວກັນ.
ອາ​ເມ​ລິ​ກາ ຄັດຄ້ານ​ການ​ຮຽກສິດ​ອະທິປະ​ໄຕ​ຢ່າງ​ຜິດ​ກົດໝາຍຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານນາງ Kelly Craft, ເອກອັກຄະລັດຖະທູດ ອາເມລິກາ  ປະຈໍາ ສປຊ (ພາບ: ກະຊວງການຕ່າງປະເທດ ອາເມລິກາ) 

        ທ່ານນາງເອກອັກຄະລັດຖະທູດ Kelly Craft ຢັ້ງຢືນວ່າ ອາເມລິກາ ຄັດຄ້ານບັນດາການຮຽກສິດອະທິປະໄຕຂອງ ຈີນ ຢູ່ທະເລ ຍ້ອນວ່າບໍ່ສອດຄ່ອງກັບກົດໝາຍສາກົນ ທີ່ໄດ້ສ່ອງແສງຜ່ານ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ທ່ານນາງ Kelly Craft ຮຽກຮ້ອງໃຫ້ ທ່ານເລຂາທິການໃຫຍ່ ສປຊ ສົ່ງຈົດໝາຍຂອງຕົນເຖິງບັນດາປະເທດສະມາຊິກທັງໝົດຂອງ ສປຊ ຄືດັ່ງເອກະສານສະບັບໜຶ່ງ ໃນໂຄງການດໍາເນີນງານຂອງກອງປະຊຸມສະມັດຊາໃຫຍ່ ສປຊ ແລະ ຂອງສະພາຄວາມໝັ້ນຄົງ. ທ່ານນາງກໍຍັງຮຽກຮ້ອງໃຫ້ທ່ານ ເລຂາທິການໃຫຍ່ ສປຊ ເອົາຈົດໝາຍສະບັບດ່ັງກ່າວລົງໃນເວັບໄຊ ຂອງພາກສ່ວນຮັບຜິດຊອບກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ ຂຶ້ນກັບ ຫ້ອງການບັນດາບັນຫານິຕິກໍາຂອງ ສປຊ.

        ໃນສື່ສັງຄົມອອນລາຍ Twitter, ວັນທີ 02 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກໍຖະແຫຼງວ່າ ອາເມລິກາ ຄັດຄ້ານບັນດາການຮຽກສິດອະທິປະໄຕຢ່າງຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ ເຊັ່ນດຽວກັນ.

 ຟ້າມຮວັນ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອາເມລິກາ

ຕອບກັບ