ອາເມລິກາ ກະຕຸກຊຸກຍູ້ ຈີນ ຢຸດຕິການປະຕິບັດ ADIZ

Chia sẻ
(vovworld) - ​ ​ວັນ​ທີ 05/12, ອາ​ເມ​ລິ​ກາ ​ໄດ້​ອອກສຽງ​ຮຽກຮ້ອງ​​ໃຫ້​ຈີນ ຢຸດຕິ​ການ​ປະຕິບັດ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ​ໃນ​ທະ​ເລ​ຮວາ​ຕູ​ງ
ອາເມລິກາ ກະຕຸກຊຸກຍູ້ ຈີນ ຢຸດຕິການປະຕິບັດ ADIZ - ảnh 1
ໂຄ​ສົກ​ກະຊວງ​ທຳນຽບຂາວ ທ່ານ Jay Carney
(ພາບອີນເຕີແນດ)


(vovworld) - ​ ​ວັນ​ທີ 05/12, ອາ​ເມ​ລິ​ກາ ​ໄດ້​ອອກສຽງ​ຮຽກຮ້ອງ​​ໃຫ້​ຈີນ ຢຸດຕິ​ການ​ປະຕິບັດ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ​ໃນ​ທະ​ເລ​ຮວາ​ຕູ​ງ, ພ້ອມ​ທັງ​ຢືນຢັນ​ ການ​ກະທຳ​ພຽງລຳ​ພັງຝ່າຍ​ດຽວ​ທີ່​ຖະ​ແຫຼ​ງປະກາດ​ເຂດ ADIZ ຂອງ​ປັກ​ກິ​ງ ພວມ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ໂຄ​ສົກ​ກະຊວງ​ທຳນຽບຂາວ ທ່ານ Jay Carney ຖື​ວ່າ ​ເລື່ອງ​ຈີນ ສ້າງ​ເຂດ ADIZ ພຽງລຳພັງຝ່າຍ​ດຽວ ​ແມ່ນ​ບໍ່​ອາດ​ຮັບ​ຮູ້​ໄດ້, ຖື​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ອັນຕະລາຍ ພາ​ໄປ​ເຖິງ​ວິ​ກິດ​ການ​ໃນ​ພາກ​ພື້ນ. ທ່ານ Jay Carney ສືບ​ຕໍ່​ຢືນຢັນ​ຫຼັກ​ໝັ້ນ​ຂອງ​ວໍ​ຊິງ​ຕັນ ​ແມ່ນ​ບໍ່​ຮັບ​ຮູ້​ເຂດ ADIZ ​ເຊິ່ງປັກ​ກິ​ງສ້າງ​ຕັ້ງ, ພ້ອມ​ທັງ​ຢືນຢັນ​ຈະ​ບໍ່​ປ່ຽນ​ແປງ​ການ​ເຄື່ອນ​ໄຫວ​ຂອງ​ກອງທັບ​ອາ​ເມ​ລິ​ກາ ​ໃນ​ພາກ​ພື້ນ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ກໍ່​ກະຕຸກ​ຊຸກຍູ້​ຈີນ ບໍ່​ປະຕິບັດ​ບັນດາ​ການ​ກະທຳ​ທີ່ຄ້າຍຄື​ກັນ​ໃນ​ພາກ​ພື້ນ, ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​, ​ເຊິ່ງລວມທັງ​ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ເກີດ​ຂຶ້ນ​ຈາກ​ເຫດການ​ດັ່ງກ່າວ ດ້ວຍ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ໃນ​ນັ້ນ​ມີລະບົບ​ຕິດ​ຕໍ່​ຂໍ້​ມູນ​ຂ່າວດ່ວນ.